ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ແລະທ່ານ Hun Many ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ  ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາໄດ້ພັດທະນາ ເປັນປົກກະຕິ; ການນຳຂັ້ນສູງຂອງສອງປະເທດ ຮັກສາການພົບປະແລກປ່ຽນຢ່າງເປັນປະຈໍາ, ບັນດາກົນໄກຮ່ວມມືສອງຝ່າຍສືບຕໍ່ເສີມຂະຫຍາຍປະສິດທິຜົນ; ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ຕ້ອນຮັບທ່ານ Hun Many ເລຂາທິການຄະນະຂົນຂວາຍປະຊາຊົນ ພັກປະຊາຊົນກຳປູເຈຍ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຟ້າມມິງຈິ໊ງ ຖືວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີ, ເສີມຂະຫຍາຍຄວາມສາມັກຄີ, ເປັນເອກະພາບລະຫວ່າງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ; ສະເໜີສືບຕໍ່ຊຸກຍູ້ການຢ້ຽມຢາມ ແລະການພົບປະລະຫວ່າງການນຳຂັ້ນສູງສອງປະເທດ ແລະການພົບປະຂັ້ນສູງລະຫວ່າງການນຳ 3 ພັກຂອງ ຫວຽດນາມ - ລາວ - ກໍາປູເຈຍ; ກວດກາຄືນ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ.

ທ່ານ ຟ້າມມິງຈິ໊ງ ສະເໜີໃຫ້ສອງຝ່າຍຄວນມານະພະຍາຍາມແກ້ໄຂວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນທີ່ຍັງເຫຼືອ ປະມານ 16% ເພື່ອກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາແບບຍືນຍົງ; ພ້ອມທັງ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ໂຄສະນາ, ຂົນຂວາຍປະຊາຊົນ, ພິເສດແມ່ນລຸ້ນໜຸ່ມຂອງສອງປະເທດ ແນໃສ່ຮັກສາ ແລະເພີ່ມພູນຄູນສ້າງໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບ, ຄວາມສາມັກຄີ ແລະຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ - ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ Hun Many ຢືນຢັນຈະມານະພະຍາຍາມພ້ອມກັບຄະນະຂົນຂວາຍປະຊາຊົນສູນກາງພັກ CPP ແລະບັນດາການນຳຂອງກຳປູເຈຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພື່ອຮັກສາ, ເພີ່ມພູນຄູນສ້າງ,  ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຍືນຍົງຍາວນານໃນທຸກຂົງເຂດກັບຫວຽດນາມ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ; ໃນນ້ັນສືບຕໍ່ໂຄສະນາເຜີຍແຜ່ຢ່າງເລິກເຊິ່ງກວ້າງຂວາງໃນໝູ່ປະຊາຊົນ, ເປັນຕົ້ນແມ່ນລຸ້ນໜຸ່ມ ແລະຊາວໜຸ່ມກຳປູເຈຍ ກ່ຽວກັບຄຸນຄ່າ ແລະສາຍພົວພັນສາມັກຄີ, ຄວາມສະໜິດຕິດພັນ, ນໍ້າໃຈມິດຕະພາບລະຫວ່າງສອງປະເທດ ແລະປະຊາຊົນສອງຊາດ.

ໂດຍ: ທູຈາງ