ທີ່ການພົບປະເຈລະຈາ, ການນຳສອງທ່ານພ້ອມກັນທົບທວນຄືນຜົນງານ ແລະຄວາມກ້າວໜ້າທີ່ແທດຈິງຂອງການພົວພັນສອງຝ່າຍນັບແຕ່ເມື່ອຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນທັນວາ 2022; ແລກປ່ຽນກ່ຽວກັບການກໍານົດທິດທາງໃຫຍ່ ແລະມາດຕະການລະອຽດເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ພັດທະນາຢ່າງແຂງແຮງ ແລະແທດຈິງກວ່າເກົ່າ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ເຫັນດີເປັນເອກະສັນຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນຜ່ານຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານເພື່ອຊຸກຍູ້ ແລະເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດກວ່າອີກ.

ສອງຝ່າຍເຫັນດີນຳກັນວ່າ: ເສດຖະກິດແມ່ນເສົາຄ້ຳສຳຄັນໃນການຮ່ວມມືສອງຝ່າຍ; ຢັ້ງຢືນວ່າ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາມາດຕະການທີ່ແທດຈິງ, ປະຕິບັດສໍາເລັດເປົ້າໝາຍ ຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ໂດລາສະຫະລັດ ໃນປີ 2025 ໂດຍໄວ ແລະມຸ່ງໄປເຖິງເປົ້າໝາຍ 150 ຕື້ໂດລາສະຫະລັດ ໃນປີ 2030 ຕາມທິດດຸ່ນດ່ຽງກັນ, ຍືນຍົງ. ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ  ກ່າວຄໍາເຫັນທີ່ການພົບປະກັບທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ນາຍົກລັດຖະມົນຕີ 2 ທ່ານໄດ້ປຶກສາຫາລືບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນທີ່ບັນດາກົນໄກຫຼາຍຝ່າຍໃນພາກພື້ນ ແລະສາກົນ. ການນຳສອງທ່ານໄດ້ແບ່ງປັນວິໄສທັດຮ່ວມກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ; ເນັ້ນໜັກເຖິງການສະໜັບສະໜູນການແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ, ຫວຽດນາມ ສະເໝີຕົ້ນສະເໝີປາຍສະໜັບສະໜູນການປອດນິວເຄຼຍ, ຊຸກຍູ້ການເຈລະຈາ, ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ແຫຼມເກົາຫຼີ.

ພາຍຫຼັງການພົບປະ, ທ່ານນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ ໄດ້ອອກຖະແຫຼງການຮ່ວມກ່ຽວກັບຜົນການພົບປະ ແລະເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື 9 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຂອງສອງປະເທດໃນຂົງເຂດ: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການຮ່ວມມືພັດທະນາ, ການແລກປ່ຽນລະບົບນິເວດໃນການເລີ່ມທຸລະກິດ, ການແກ່ງແຍ້ງ ແລະການປົກປ້ອງຜູ້ບໍລິໂພກ.

* ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Yoon Suk Yeol ປະທານາທິບໍດີ ສ. ເກົາຫຼີ.

ທ່ານ ຟ້າມມິງຈິ໊ງ ໄດ້ແຈ້ງໃຫ້ທ່ານ Yoon Suk Yeol  ຮັບຊາບກ່ຽວກັບໝາກຜົນສຳຄັນເຊິ່ງສອງຝ່າຍບັນລຸໄດ້ໃນການພົບປະລະຫວ່າງນາຍົກລັດຖະມົນຕີ 2 ທ່ານ, ລວມມີການກໍານົດທິດໃຫຍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ສືບຕໍ່ພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ ກໍ່ຄືບາດກ້າວພັດທະນາຢ່າງວ່ອງໄວ ແລະແທດຈິງຂອງການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Yoon Suk Yeol ປະທານາທິບໍດີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍເຫັນດີເປີດກວ້າງການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະການທ່ອງທ່ຽວ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະການພົບປະແລກປ່ຽນປະຊາຊົນເພື່ອແນໃສ່ສ້າງຄວາມສະໜິດຕິດພັນ ແລະຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.

* ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ສ.ເກົາຫຼີ, ທ່ານ ຟ້າມມິງຈິ໊ງ ໄດ້ມີການພົບປະກັບທ່ານ Woo Won-shik ປະທານສະພາແຫ່ງຊາດ ສ.ເກົາຫຼີ.

ທ່ານ Woo Won-shik ຢືນຢັນວ່າ, ສະພາແຫ່ງຊາດ ສ.ເກົາຫຼີ ຈະຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດຫວຽດນາມ ໃນການໜູນຊ່ວຍລັດຖະບານສອງປະເທດປະຕິບັດໂຄງການດຳເນີນງານຜັນຂະຫຍາຍຂອບເຂດການພົວພັນໃໝ່ ແລະຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ເສດຖະກິດ, ການເຊື່ອມຕໍ່ແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ ແລະແທດຈິງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Woo Won-shik ປະທານສະພາແຫ່ງຊາດ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍຕີລາຄາວ່າ ການພົວພັນຫວຽດນາມ - ສ.ເກົາຫຼີ ພັດທະນາຢ່າງວ່ອງໄວ ແລະແທດຈິງໃນຫຼາຍຂົງເຂດນັບແຕ່ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍໝາກຜົນທີ່ຕັ້ງໜ້າທາງດ້ານການຄ້າ, ການລົງທຶນ ແລະການພົບປະແລກປ່ຽນປະຊາຊົນ.

ການນຳສອງທ່ານໄດ້ເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ, ຕ້ອງເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດໃຫ້ຫຼາຍຕື່ມອີກ ໂດຍຜ່ານການຍູ້ແຮງການແລກປ່ຽນຄະນະການນໍາສະພາແຫ່ງຊາດ, ການນຳບັນດາຄະນະກໍາມາທິການສະເພາະກິດ, ຊຸກຍູ້ການແລກປ່ຽນສະມາຊິກລັດຖະສະພາ, ສະມາຊິກລັດຖະສະພາໜຸ່ມຂອງສອງສະພາແຫ່ງຊາດ ກໍ່ຄືເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງກຸ່ມສະມາຊິກລັດຖະສະພາມິດຕະພາບຂອງແຕ່ລະປະເທດ; ແບ່ງປັນປະສົບການໃນການສ້າງກົດໝາຍ ແລະສ້າງລະບອບລະບຽບການເພື່ອຮັບໃຊ້ການພັດທະນາແບບຍືນຍົງ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ; ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດຂອງອົງການນິຕິບັດຍັດຂອງສອງປະເທດໃນການໜູນຊ່ວຍລັດຖະບານສອງປະເທດຊຸກຍູ້ການຮ່ວມມືສອງຝ່າຍ.

ໂດຍ: ທູຈາງ