ໃນກອງປະຊຸມ, ກະຊວງແຜນການ ແລະການລົງທຶນໃຫ້ຮູ້ວ່າ ໃນເດືອນມິຖຸນາ, ໄຕມາດທີ II ແລະ 6 ເດືອນຕົ້ນປີ, ສະພາບການເສດຖະກິດສັງຄົມບັນລຸຄາດໝາຍລວມ ກ່ຽວກັບການຮັກສາເສດຖະກິດມະຫາພາກເປັນປົກກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດ ໄດ້ໂດຍພື້ນຖານ. ການຜະລິດດຳເນີນທຸລະກິດ, ການສົ່ງອອກ, ພັດທະນາວິສາຫະກິດ, ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ຮັບການປັບປຸງ. ພົ້ນເດັ່ນແມ່ນລະດັບ GDP ໄຕມາດທີ I ບັນລຸ 5,66% (ສູງທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້); GDP ໄຕມາດທີ II ສູງກວ່າ ໄຕມາດທີ I, ບັນລຸ 6,93%.

leftcenterrightdel
ກອງປະຊຸມສະໄໝສາມັນ ປະຈຳເດືອນມິຖຸນາ 2024 ຂອງລັດຖະບານ. ພາບ: vov.vn

ກ່າວຄຳເຫັນໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຖືວ່າ ໃນ 6 ເດືອນທ້າຍປີ ແລະ ໄລຍະຈະມາເຖິງ, ຕ້ອງແກ້ໄຂບັນດາຂໍ້ຈຳກັດ, ສິ່ງບໍ່ເໝາະສົມ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ; ພິເສດ, ສູ້ຊົນນຳການເຕີບໂຕໃນໄຕມາດທີ III ບັນລຸ 6,5 -7%, ໄພເງິນເຟີ້ ຕ່ຳກວ່າ 4,5%; ສືບຕໍ່ໃຫ້ບຸລິມະສິດໃນການຊຸກຍູ້ການເຕີບໂຕ ຕິດພັນກັບການຮັກສາເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ໂດຍ: ກວຽດເຕິມ