ທີ່ການຕ້ອນຮັບ, ທ່ານປະທານປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ ໃນໄລຍະຜ່ານມາພ້ອມທັງເນັ້ນໜັກວ່າ: ປີ 2025 ແມ່ນປີທີ່ເປັນຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ນິວຊີແລນ, ເປັນຂີດໝາຍສຳຄັນເພື່ອໃຫ້ 2 ປະເທດວາງການເຄື່ອນໄຫວທີ່ມີຄວາມໝາຍອອກ, ໃນນັ້ນມີການຈັດຕັ້ງການຢ້ຽມຢາມຂັ້ນສູງ, ປະກອບສ່ວນເຂົ້າໃນການຮ່ວມມືຢ່າງເລິກເຊິ່ງກວ່າອີກໃນທຸກຂົງເຂດ, ມຸ່ງໄປເຖິງນຳການພົວພັນຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Caroline Beresford ເອກອັກຄະລັດຖະທູດ ນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ໄດ້ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ; ຊົມເຊີຍການພັດທະນາທີ່ຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ-ການຄ້າ; ຂອບໃຈນິວຊີແລນ ທີ່ໄດ້ຊ່ວຍບຳລຸງສ້າງພາສາອັງກິດ ແລະລົງເລິກຂະແໜງການໃຫ້ພະນັກງານຂັ້ນສູນກາງ ແລະທ້ອງຖິ່ນຢູ່ຫວຽດນາມ. ທ່ານປະທານປະເທດ ກໍ່ສະເໜີໃຫ້ລັດຖະບານນິວຊີແລນ ສືບຕໍ່ສ້າງຄວາມສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະເຮັດວຽກຢູ່ ນິວຊີແລນ.

ສ່ວນທ່ານນາງເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ແລະຫວັງວ່າຫວຽດນາມ ໃນຖານະເປັນປະເທດປະສານງານການພົວພັນອາຊຽນ - ນິວຊີແລນ ແຕ່ເດືອນ ກໍລະກົດ 2024  ຫາເດືອນ ກໍລະກົດ 2027 ຈະປະກອບສ່ວນຊ່ວຍເພີ່ມທະວີການພົວພັນລະຫວ່າງ ນິວຊີແລນ ກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ກວ່າອີກ.

ທ່ານປະທານປະເທດ ຕີລາຄາສູງວ່າ ຫວຽດນາມ ແລະນິວຊີແລນ ຍາມໃດກໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີສະຫະປະຊາຊາດ ແລະ APEC; ເນັ້ນໜັກວ່າ ເລື່ອງ 2 ປະເທດແບ່ງປັນຫຼາຍທັດສະນະລວມກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນແມ່ນພື້ນຖານເພື່ອໃຫ້ສອງປະເທດເພີ່ມທະວີການຮ່ວມມື, ປະກອບສ່ວນສ້າງພາກພື້ນອາຊີ - ປາຊີຟິກ ແລະມະຫາສະໝຸດອິນເດຍ ໃຫ້ມີສັນຕິພາບ, ສະຖຽນລະພາບ ແລະພັດທະນາ.

ໂດຍ: ໄຊນີດາ