ນີ້ແມ່ນການຢັ້ງຢືນຂອງທ່ານ ຫງວຽນເວັນເນັນ ເລຂາພັກນະຄອນ ໂຮ່ຈີມິນ, ທີ່ການພົບປະກັບທ່ານ Yangug Sodbaatar ເລຂາທິການໃຫຍ່ພັກປະຊາຊົນ ມົງໂກນ ກຳອຳນາດ ໃນຕອນບ່າຍວັນທີ 4 ກໍລະກົດ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ ມົງໂກນ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: sggp.org.vn

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນໃນບັນດາຊ່ອງທາງພັກ, ລັດ, ປະຊາຊົນ, ໃນນັ້ນຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ມົງໂກນ ໃນປີ 2024, ເພີ່ມທະວີການພົວພັນຊ່ອງທາງພັກ, ເສີມຂະຫຍາຍບົດບາດກຳນົດທິດຍຸດທະສາດຂອງສອງພັກ ກຳອຳນາດ ຕໍ່ການພົວພັນສັງລວມຂອງສອງປະເທດ.

ພ້ອມກັນນັ້ນ, ກໍ່ສົມທົບກັນຊຸກຍູ້ການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ນ້ຳໃຈມິດຕະພາບ, ສ້າງພື້ນຖານສັງຄົມຢ່າງໝັ້ນແກ່ນໃຫ້ແກ່ການພັດທະນາຂອງການພົວພັນ ຫວຽດນາມ - ມົງໂກນ.

ໂດຍ: ກວຽດເຕິມ