leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບທ່ານ Chung Eui-sun, ປະທານກຸ່ມບໍລິສັດ Hyundai Motor.  ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການໂອ້ລົມສົນທະນາ, ພາຍຫຼັງພ້ອມກັບການນໍາບັນດາກະຊວງ, ຂະແໜງການ ອະທິບາຍ ແລະແບ່ງປັນບັນດາບັນຫາ ເຊິ່ງບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີ ປາດຖະໜາ ແລະເຊື່ອໝັ້ນວ່າ ບົນຈິດໃຈ “3 ຮ່ວມ”; “ຜົນປະໂຫຍດທີ່ກົມກຽວກັນ, ແບ່ງປັນຄວາມສ່ຽງ”, ບັນດານັກລົງທຶນ ແລະ ວິສາຫະກິດຂອງຫວຽດນາມ ແລະ ສ.ເກົາຫຼີ ຈະມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພົວພັນລະຫວ່າງສອງປະເທດ ແລະການພັດທະນາຂອງແຕ່ລະປະເທດ, ນຳມາເຊິ່ງຊີວິດນັບມື້ນັບດີງາມໃຫ້ແກ່ປະຊາຊົນສອງປະເທດ.

* ຕອນເຊົ້າວັນດຽວກັນ, ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການຮ່ວມມືລົງທຶນໃນຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການດຶງດູດ ແລະ ໃຫ້ບຸລິມະສິດສູງຄື ເຕັກໂນໂລຢີສູງ, ເອເລັກໂຕນິກ, ເຄື່ອງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ກໍ່ສ້າງພື້ນຖານໂຄງລ່າງ, ພະລັງງານທົດແທນ, ພະລັງງານໃໝ່ (hydrogen), ເຕັກໂນໂລຢີຊີວະພາບ, ປ່ຽນແປງໃໝ່ປະດິດສ້າງ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ອຸດສາຫະກໍາວັດທະນະທໍາ... ບົນຈິດໃຈ "ຜົນປະໂຫຍດກົມກຽວກັນ, ແບ່ງປັນຄວາມສ່ຽງ", ຫວຽດນາມ ຮ່ວມມືລົງທຶນດ້ວຍຫຼັກການ “3 ຮັບປະກັນ”: ຮັບປະກັນໃຫ້ພາກສ່ວນເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ຍາມໃດກໍ່ແມ່ນພາກສ່ວນທີ່ສຳຄັນຂອງເສດຖະກິດ; ຖືເປັນສໍາຄັນ, ສົ່ງເສີມ ແລະສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ພາກສ່ວນນີ້ພັດທະນາຍາວນານ, ຮ່ວມມື ແລະ ແກ່ງແຍ້ງກັນຢ່າງປອດໃສ, ສະເໝີພາບ; ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທໍາ, ຖືກຕາມກົດໝາຍຂອງນັກລົງທຶນ; ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ນະໂຍບາຍເປັນປົກກະຕິ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ບັນດານັກລົງທຶນອຸ່ນອ່ຽນໃຈດຳເນີນທຸລະກິດ ແລະເຄື່ອນໄຫວໃນໄລຍະຍາວຢູ່ ຫວຽດນາມ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ກ່າວຄໍາເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ-ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ເວທີປາໄສ, ຕໍ່ໜ້າການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດສອງ ປະເທດໄດ້ແລກປ່ຽນສັນຍາຮ່ວມມື 23 ສະບັບ.

* ຕອນບ່າຍວັນທີ 1 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເຂົ້າຮ່ວມເວທີປາໄສສົ່ງເສີມການທ່ອງທ່ຽວ ແລະການຮ່ວມມືດ້ານວັດທະນະທຳ ຫວຽດນາມ - ສ.ເກົາຫຼີ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ: ຫວຽດນາມ ແລະ ສ.ເກົາຫຼີ ແມ່ນສອງປະເທດທີ່ສວຍງາມດ້ວຍດິນຟ້າອາກາດ 4 ລະດູ, ເຕັມໄປດ້ວຍວັດທະນະທຳ, ປະຫວັດສາດ, ທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ມີຜະລິດຕະພັນທ່ອງທ່ຽວທີ່ອຸດົມສົມບູນ ແລະ ເປັນເອກະລັກສະເພາະ ແລະແມ່ນສະຖານທີ່ທ່ອງທ່ຽວຈັບອົດຈັບໃຈ. ການພັດທະນາຢ່າງແຮງຂອງການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ ໄດ້ສ້າງກໍາລັງໜູນຊຸກຍູ້ການທ່ອງທ່ຽວ ແລະ ການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ. ໃນນັ້ນ, ສອງຝ່າຍສືບຕໍ່ເປີດສາຍການບິນໃໝ່, ມີບັນດາຜະລິດຕະພັນໃໝ່, ຈັບອົກຈັບໃຈ ແລະເປັນເອກະລັກສະເພາະ; ຈັດຕັ້ງງານບຸນວັດທະນະທຳ, ລາຍການສະແດງສິລະປະ ພ້ອມກັບການໂຄສະນາສົ່ງເສີມການທ່ອງທ່ຽວ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ  ກ່າວຄໍາເຫັນທີ່ເວທີປາໄສສົ່ງເສີມການທ່ອງທ່ຽວ ແລະການຮ່ວມມືດ້ານວັດທະນະທໍາ ຫວຽດນາມ-ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບທິດທາງພັດທະນາການທ່ອງທ່ຽວຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ວາງອອກ 7 ກຸ່ມໜ້າທີ່,  ມາດຕະການຕົ້ນຕໍເພື່ອພັດທະນາການທ່ອງທ່ຽວຢ່າງມີປະສິດທິຜົນ ແລະ ຍືນຍົງ; ຕັດສິນໃຈພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ນອນໃນກຸ່ມ 30 ປະເທດທີ່ມີຄວາມສາມາດແກ່ງແຍ້ງດ້ານການທ່ອງທ່ຽວແຖວໜ້າຂອງໂລກ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສອງຝ່າຍຈະພ້ອມກັນຍົກອອກບັນດາໂຄງການລະອຽດ, ແທດຈິງ, ນຳການທ່ອງທ່ຽວຫວຽດນາມ ແລະ ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ   ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ ຫວຽດນາມ-ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບການຮ່ວມມືດ້ານວັດທະນະທຳ ຫວຽດນາມ-ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫວັງວ່າ ສ.ເກົາຫຼີ ຈະຊ່ວຍ ຫວຽດນາມ ໃນ 6 ຂົງເຂດ, ເຊິ່ງລວມມີ: ສ້າງລະບອບລະບຽບການນະໂຍບາຍພັດທະນາອຸດສາຫະກໍາວັດທະນະທຳ ແລະການບັນເທິງ; ກໍ່ສ້າງໂຄງລ່າງຍຸດທະສາດທີ່ກ່ຽວຂ້ອງເຖິງວັດທະນະທຳ ແລະ ການທ່ອງທ່ຽວ; ບໍາລຸງສ້າງຊັບພະຍາກອນມະນຸດ ໃຫ້ແກ່ຂະແໜງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ; ໜູນຊ່ວຍກ່ຽວກັບການບໍລິຫານໃຫ້ຂົງເຂດນີ້, ສ້າງການຄຸ້ມຄອງທີ່ມີປະສິດທິຜົນ; ລະດົມແຫຼ່ງກຳລັງເພື່ອພັດທະນາຈາກການຮ່ວມມືລະຫວ່າງພາກລັດ - ເອກະຊົນ ແລະ ແຫຼ່ງການຮ່ວມມືສັງຄົມ; ລະດົມເງິນທຶນເພື່ອພັດທະນາອຸດສາຫະກຳວັດທະນະທຳ ແລະ ການບັນເທິງ.

ທີ່ເວທີປາໄສ, ບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ ໄດ້ແລກປ່ຽນບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືດ້ານວັດທະນະທຳ, ການຄ້າ ແລະການທ່ອງທ່ຽວ 10 ສະບັບ.

ໂດຍ: ທູຈາງ