leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Miguel Angel Rodriguez Melo ເອກອັກຄະລັດຖະທູດ ໂກລົມເບຍ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂກລົມເບຍ, ທ່ານປະທານປະເທດຫວຽດນາມ  ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງທີ່ຕັ້ງບົດບາດຂອງໂກລົມເບຍ ຢູ່ພາກພື້ນ ອາເມລິກາ ລາຕິນ ແລະຫວຽດນາມ ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢູ່ ໂກລົມເບຍ ຢ່າງແຂງແຮງ. ໂດຍສັງເກດເຫັນໄດ້ວ່າ ສອງປະເທດຍັງມີທ່າແຮງບົ່ມຊ້ອນຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ວິທະຍາສາດ - ເຕັກໂນໂລຊີ, ການເງິນ ແລະການທະນາຄານ, ການຄົມມະນາຄົມ - ຂົນສົ່ງ, ການກໍ່ສ້າງ... ທ່ານປະທານປະເທດ ສະເໜີໃຫ້ສອງຝ່າຍສືບຕໍ່ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະການລົງທຶນຢ່າງສະດວກ ເພື່ອເພີ່ມທະວີການ ເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 1 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Elogio Alberto Salas ເອກອັກຄະລັດຖະທູດ ປານາມາ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ປານາມາ, ທ່ານປະທານປະເທດ  ເນັ້ນໜັ້ກວ່າ ຫວຽດນາມ ປາດຖະໜາຢາກພັດທະນາ ແລະຍົກສູງປະສິດທິຜົນການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ນັບທັງດ້ານການເມືອງ-ການທູດ, ເສດຖະກິດ-ການຄ້າ, ການເດີນທະເລ, ການເງິນ-ການທະນາຄານ, ການພົບປະແລກປ່ຽນປະຊາຊົນ. ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍຮັກສາບັນດາກົນໄກເຈລະຈາ ແລະ ການຮ່ວມມືທີ່ມີຢູ່ແລ້ວ, ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ II ຂັ້ນຮອງລັດຖະມົນຕີການຕ່າງປະເທດລະຫວ່າງ 2 ປະເທດ ແລະກອງປະຊຸມຄັ້ງທີ II ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນຫວຽດນາມ - ປານາມາ ຢູ່ຫວຽດນາມ; ກໍ່ຄືຊຸກຍູ້ກົນໄກປຶກສາຫາລື ແລະກົນໄກຮ່ວມມືໃໝ່. ນອກຈາກບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອແລ້ວ, ທ່ານປະທານປະເທດ ກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ກິລາ, ການພົບປະແລກປ່ຽນປະຊາຊົນ ອີກດ້ວຍ.

ໂດຍ: ທະນາພອນ