leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍພັນລະຍາພົບປະກັບພະນັກງານ, ພາລະກອນສະຖານທູດ. ພາບ: vov.vn

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ການພົວພັນລະຫວ່າງຫວຽດນາມ - ສ.ເກົາຫຼີ ຍັງບໍ່ເຄີຍມີຍາມໃດທີ່ດີໄປກວ່າທຸກວັນນີ້ໃນທຸກດ້ານການເມືອງ, ການທູດ, ເສດຖະກິດ, ການປ້ອງກັນຊາດ,  ປ້ອງກັນຄວາມສະຫງົບ, ວັດທະນະທຳ, ກິລາ-ກາຍະກໍາ... ການພົວພັນຮອບດ້ານນັ້ນໄດ້ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ, ເຮັດວຽກ, ຮໍ່າຮຽນ ແລະຄົ້ນຄວ້າຢູ່ສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ພັກ ແລະລັດ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ສາມາດຕັດແຍກອອກວົງຄະນະຍາດບັນດາເຜົ່າຫວຽດນາມ ໄດ້.

ສຳລັບບັນຫາທີ່ພໍ່ແມ່ປະຊາຊົນກ່າວມາເຊິ່ງກ່ຽວຂ້ອງເຖິງສັນຊາດ, ບັດປະຈໍາຕົວ, ການດຶງດູດ ແລະການຮຽກຮ້ອງໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເຂົ້າຮ່ວມການຄົ້ນຄວ້າວິທະຍາສາດ, ປະກອບສ່ວນໃຫ້ປະເທດຊາດນັ້ນ...,

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງຈະຮັບເອົາຄຳເຫັນ, ຄົ້ນຄວ້າປັບປຸງ ແລະສະເໜີໃຫ້ປັບປຸງບັນດາຂໍ້ກຳນົດທີ່ກ່ຽວຂ້ອງ, ມີມາດຕະການແກ້ໄຂທີ່ເໝາະສົມ, ຈິດໃຈແມ່ນ “ອັນໃດມີຜົນປະໂຫຍດໃຫ້ແກ່ປະຊາຊົນ, ໃຫ້ແກ່ປະເທດຊາດນັ້ນແມ່ນເຮັດຈົນສຸດຄວາມສາມາດ”. ຕາມທ່ານ ນາຍົກລັດຖະມົນຕີ ແລ້ວ, ຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດປະສົບຜົນສໍາເລັດຢູ່ຕ່າງປະເທດນັ້ນ, ກໍ່ແມ່ນໄດ້ປະກອບສ່ວນໃຫ້ແກ່ປະເທດຊາດ ແລະການພົວພັນສອງຝ່າຍ, ນັ້ນກໍ່ແມ່ນຜົນສໍາເລັດຂອງປະເທດຊາດ, ຂອງພັກ ແລະລັດຫວຽດນາມ.

ໂດຍ: ໄຊນີດາ