ນັກຂ່າວ: ທ່ານນາຍົກລັດຖະມົນຕີ ສາມາດໃຫ້ຮູ້ວ່າ ການຢ້ຽມຢາມ ສ.ເກົາຫຼີ ໃນໄລຍະຈະມາເຖິງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ມີຄວາມໝາຍແນວໃດ ແລະຈະເປີດແງ່ຫວັງໃດແດ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຈະມາເຖິງ?

ທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ: ໃນ 30 ປີຜ່ານມາ, ສ.ເກົາຫຼີ ແລະຫວຽດນາມ ໄດ້ພັດທະນາການພົວພັນຮ່ວມມືທີ່ເປັນແບບຢ່າງແຖວໜ້າໃນໂລກ. ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມທີ່ສຸດ; ສອງປະເທດໄດ້ກາຍເປັນຄູ່ຮ່ວມມືການຄ້າທີ່ສຳຄັນຂອງກັນ, ດ້ວຍວົງເງິນການຄ້າຂຶ້ນເກືອບ 100 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ. ພາບ: ສໍານັກຂ່າວສານຫວຽດນາມ

ການຢ້ຽມຢາມຂອງເຈົ້າໜ້າທີ່ ແລະການນຳຂັ້ນສູງຂອງສອງປະເທດໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາການພົວພັນສອງຝ່າຍ. ສະນັ້ນ, ຈຶ່ງສາມາດຕັ້ງຄວາມຫວັງໄວ້ວ່າ, ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຈະແມ່ນໂອກາດເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກວ່າອີກ, ເຮັດໃຫ້ການພົວພັນຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ ແລະຫວຽດນາມ ເລິກເຊິ່ງກວ່າອີກ ດ້ວຍຖານະເປັນຄູ່ຮ່ວມມືແຖວໜ້າໃນພາກພື້ນ. ການຢ້ຽມຢາມ ຖືວ່າແມ່ນໂອກາດ ເພື່ອໃຫ້ສອງຝ່າຍຕີລາຄາຢ່າງລະອຽດກ່ຽວກັບສະຖານະການຕົວຈິງໃນການຜັນຂະຫຍາຍແຜນການກະທໍາກ່ຽວກັບລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະຜ່ານມາ.

ນັກຂ່າວ: ໃນຂອບເຂດການຢ້ຽມຢາມທາງລັດຖະກິດຂອງທ່ານ Yoon Suk Yeol ປະທານາທິບໍດີ ສ.ເກົາຫຼີ ຢູ່ຫວຽດນາມ ໃນເດືອນມິຖຸນາ 2023, ສອງຝ່າຍໄດ້ລົງນາມໃນໂຄງການການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ ສາມາດໃຫ້ຮູ້ກ່ຽວກັບຍຸດທະສາດຂອງລັດຖະບານ ສ.ເກົາຫຼີ ໃນການຮ່ວມມືກັບຫວຽດນາມ? ອັນໃດແມ່ນຂົງເຂດການຮ່ວມມືທີ່ຫຼັກແຫຼ່ງ ເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະໃໝ່ກວ່າອີກ?

ທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ: ໃນປີ 2022 ລັດຖະບານ ສ.ເກົາຫຼີ ໄດ້ປະກາດ “ຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ” ໂດຍມີເປົ້າໝາຍສວມບົດບາດອັນໃຫຍ່ຫຼວງກວ່າ ແລະປະກອບສ່ວນໃຫ້ແກ່ອິດສະຫຼະພາບ, ສັນຕິພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ພ້ອມກັນນັ້ນ, ສ.ເກົາຫຼີ ກໍ່ໄດ້ຮັບຮອງເອົາ “ຂໍ້ລິເລີ່ມຄວາມສາມັກຄີ ສ.ເກົາຫຼີ-ອາຊຽນ (KASI)” ເພື່ອຊຸກຍູ້ການຮ່ວມມືແບບພິເສດ ຮັບໃຊ້ຄວາມຕ້ອງການຂອງອາຊຽນ ໃນຂອບເຂດຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ.

ລັດຖະບານ ສ.ເກົາຫຼີ ຖືຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງໃນທັງສອງຍຸດທະສາດຂອງ ສ.ເກົາຫຼີ ສຳລັບອາຊຽນ ແລະຍຸດທະສາດມະຫາສະໝຸດ ອິນເດຍ-ປາຊີຟິກ. ສະນັ້ນ, ພວກຂ້າພະເຈົ້າພວມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ, ແທດຈິງ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດກັບຫວຽດນາມ ທັງໃນລະດັບສອງຝ່າຍ ແລະໃນຍຸດທະສາດສັງລວມກັບ ອາຊຽນ. ພິເສດ, ໃນສະພາບການຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ມີການປ່ຽນແປງຢ່າງວ່ອງໄວໃນໄລຍະມໍ່ໆມານີ້, ພວກຂ້າພະເຈົ້າ ຢາກເພີ່ມທະວີການຮ່ວມມືຍຸດທະສາດກັບຫວຽດນາມ ເພື່ອປະກອບສ່ວນບັນລຸໄດ້ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ສິ່ງສໍາຄັນແມ່ນຕ້ອງເພີ່ມທະວີການແລກປ່ຽນ ແລະຕັ້ງໜ້າສື່ສານດ້ານຍຸດທະສາດລະຫວ່າງການນຳຫຼັກແຫຼ່ງຂອງສອງປະເທດ ແລະຂ້າພະເຈົ້າ ເຊື່ອໝັ້ນວ່າ ການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຄັ້ງນີ້ ຈະແມ່ນກາລະໂອກາດທີ່ດີ. ຄຽງຂ້າງນັ້ນ, 2 ຝ່າຍຕ້ອງຕັ້ງໜ້າໝູນໃຊ້ບັນດາກົນໄກຮ່ວມມື ຄື ການພົບປະເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ປະເທດ.

ພວກເຮົາຕ້ອງຍູ້ແຮງການພັດທະນາການພົວພັນລະຫວ່າງສອງປະເທດໃນຂອບເຂດທີ່ກວ້າງຂວາງ ແລະໃນຂົງເຂດຈຸດສຸມ ກວ່າອີກ, ລວມມີເສດຖະກິດ ແລະການລົງທຶນ. ສ.ເກົາຫຼີ ແລະຫວຽດນາມ ແມ່ນຄູ່ຮ່ວມມືທີ່ບໍ່ສາມາດແຍກອອກຈາກກັນໄດ້ໃນການຊຸກຍູ້ການພັດທະນາເສດຖະກິດແບບຍືນຍົງ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຂ້າພະເຈົ້າຄິດວ່າ, ສິ່ງສໍາຄັນແມ່ນຄວນເປີດກວ້າງ ແລະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ ນັບແຕ່ການພົວພັນຮ່ວມມືທີ່ຖືການຜະລິດເປັນໃຈກາງ ໄປສູ່ບັນດາຂົງເຂດຕ່າງໆ ຄື: ຄວາມໝັ້ນຄົງດ້ານເສດຖະກິດ, ວິທະຍາສາດ - ເຕັກໂນໂລຢີ, ... ໃນຕໍ່ໜ້າຈະມີການແລກປ່ຽນດ້ານເຕັກໂນໂລຊີ, ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດ, ວັດທະນະທຳຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ການຮ່ວມມືດ້ານການຄ້າ ແລະການລົງທຶນ ເພື່ອຟື້ນຟູ ແລະພັດທະນາເສດຖະກິດຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່.

ນັກຂ່າວ: ທ່ານນາຍົກລັດຖະມົນຕີ ສາມາດໃຫ້ຮູ້ການປະກອບສ່ວນຂອງບັນດາຄອບຄົວຫຼາຍວັດທະນະທໍາສຳລັບການພັດທະນາຂອງ ສ.ເກົາຫຼີ ແລະນະໂຍບາຍຂອງລັດຖະບານ ສ.ເກົາຫຼີ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ?

ທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ: ຂ້າພະເຈົ້າຖືວ່າ ການພົບປະແລກປ່ຽນປະຊາຊົນທີ່ກວ້າງຂວາງລະຫວ່າງສອງປະເທດແມ່ນກຳລັງໜູນຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃຫ້ໝັ້ນຄົງ.

ປະຈຸບັນ, ສ.ເກົາຫຼີ ແລະຫວຽດນາມ ແຕ່ລະຝ່າຍມີປະຊາຄົມຊາວຫວຽດນາມ ແລະ ປະຊາຄົມຊາວ ສ.ເກົາຫຼີ ດຳລົງຊີວິດ, ຮ່ຳຮຽນ ແລະເຮັດວຽກຢູ່ປະເທດຂອງກັນແມ່ນປະມານ 200.000 ຄົນ, ໃນນັ້ນ ຕ້ອງນັບທັງ 90.000 ຄອບຄົວຫຼາຍວັດທະນະທຳ ສ.ເກົາຫຼີ - ຫວຽດນາມ. ປະຊາຄົມນີ້, ລວມມີບັນດາຄອບຄົວຫຼາຍວັດທະນະທຳ, ພວມສວມບົດບາດເປັນຂົວຕໍ່, ປະກອບສ່ວນຊຸກຍູ້ການຮ່ວມມືການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດລະຫວ່າງ 2 ປະເທດ. ແຮງງານຫວຽດນາມ ທີ່ໄປເຮັດວຽກຢູ່ ສ.ເກົາຫຼີ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂະແໜງອຸດສາຫະກຳຂະໜາດໃຫຍ່ ເຊັ່ນ: ຂະແໜງຕໍ່ກຳປັ່ນຂອງ ສ.ເກົາຫຼີ.

ນັກຂ່າວ: ໃນຊຸມປີຜ່ານມາ, ຫວຽດນາມ ແລະສ.ເກົາຫຼີ ໄດ້ຮ່ວມມືຢ່າງແໜ້ນແຟ້ນ ແລະມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຫຼາຍອົງການຈັດຕັ້ງ ແລະເວທີປາໄສສາກົນ. ຕາມທ່ານນາຍົກລັດຖະມົນຕີແລ້ວ, 2 ປະເທດຕ້ອງເຮັດຫຍັງແດ່ ເພື່ອໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ສາມາດປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ ກໍ່ຄືຢູ່ພາກພື້ນ ແລະໃນໂລກຫຼາຍກວ່າອີກ?

ທ່ານ Han Duck Soo ນາຍົກລັດຖະມົນຕີ ສ.ເກົາຫຼີ: ລັດຖະບານ ສ.ເກົາຫຼີ ໄດ້ວາງວິໄສທັດຍຸດທະສາດກາຍເປັນ “ປະເທດເສົາຄ້ຳທົ່ວໂລກ-GPS”. ຕາມນັ້ນແລ້ວ, ລັດຖະບານ ສ.ເກົາຫຼີ ພວມມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າກວ່າອີກ ໃຫ້ແກ່ອິດສະຫຼະພາບ, ສັນຕິພາບ ແລະຄວາມວັດທະນາຖາວອນຂອງໂລກ. ຫວຽດນາມ ດ້ວຍທີ່ຕັ້ງສາກົນນັບມື້ນັບໄດ້ຮັບການປັບປຸງ, ກໍ່ຫວັງວ່າຈະໄດ້ສວມບົດບາດອັນໃຫຍ່ຫຼວງກວ່າອີກໃນເວທີປາໄສສາກົນ. ສະນັ້ນ, ສອງປະເທດນັບມື້ນັບມີຄວາມຕ້ອງການເພີ່ມທະວີການຮ່ວມມືໃນບັນດາບັນຫາພາກພື້ນ ແລະສາກົນທີ່ສຳຄັນ ດ້ວຍຖານະເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”.

ພວກຂ້າພະເຈົ້າ ຕີລາຄາສູງຫວຽດນາມ, ດ້ວຍຖານະເປັນຄູ່ຮ່ວມມືທີ່ມີການຮ່ວມມືຂະໜາດໃຫຍ່ຂອງພາກພື້ນອາຊີ, ສະໜັບສະໜູນຄວາມມານະພະຍາຍາມຂອງລັດຖະບານຂອງພວກຂ້າພະເຈົ້າ ເພື່ອແກ້ໄຂບັນຫານິວເຄຼຍຂອງ ສປປ.ເກົາຫຼີ ຢ່າງສັນຕິ. ຂ້າພະເຈົ້າຫວັງວ່າໃນຕໍ່ໜ້າ, ສອງປະເທດຈະສືບຕໍ່ຮ່ວມມືແກ້ໄຂບັນຫານີ້ໂດຍສັນຕິ...

ການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເປັນສິ່ງທ້າທາຍ ແລະໜ້າທີ່ລວມຂອງມວນມະນຸດ, ກໍ່ມີຄວາມສຳຄັນທີ່ສຸດ. ຂ້າພະເຈົ້າເຊື່ອວ່າ ທັງສອງປະເທດຈະສາມາດພ້ອມກັນສວມບົດບາດຫຼັກແຫຼ່ງໃນການຫັນວິກິດການດິນຟ້າອາກາດໃຫ້ກາຍເປັນການເຕີບໂຕສີຂຽວ ແລະກາລະໂອກາດໃຫມ່ ...

ນັກຂ່າວ: ຂອບໃຈທ່ານນາຍົກລັດຖະມົນຕີ!

ໂດຍ: ທະນາພອນ