ເພື່ອນມິດສ.ເກົາຫຼີ ໄດ້ສະແດງຄວາມນິຍົມຊົມເຊີຍ ຕໍ່ການພັດທະນາກະໂດດຂັ້ນຂອງຫວຽດນາມ ໃນໄລຍະຜ່ານມາ; ມີຄວາມປິຕິຊົມຊື່ນເມື່ອການພົວພັນລະຫວ່າງສອງປະເທດໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງກັນ; ໃຫ້ຮູ້ວ່າ ຈະສືບຕໍ່ສະໜັບສະໜູນ ແລະໜູນຊ່ວຍຫວຽດນາມ ໃນຂະບວນການພັດທະນາ, ພ້ອມກັນນັ້ນກໍເປັນຂົວຕໍ່ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບດີງາມຂຶ້ນຕື່ມ...

leftcenterrightdel
ທ່ານ ຟ້າມມິງຈິ໊ງ  ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການພົບປະ. ພາບ: baochinhphu.vn

ໂດຍສະແດງຄວາມສະເທືອນໃຈຕໍ່ອາລົມຈິດຂອງເພື່ອນມິດສ.ເກົາຫຼີ ທີ່ມີຕໍ່ຫວຽດນາມ, ທ່ານ ຟ້າມມິງຈິ໊ງ ໄດ້ສົ່ງຄຳຂອບໃຈ, ສົ່ງຄໍາອວຍພອນອັນດີງາມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຍັງເພື່ອນມິດ ສ.ເກົາຫຼີ ທີ່ໄດ້ສືບທອດ, ລ້ຽງດູ ແລະປະກອບສ່ວນ, ອຸທິດໃຫ້ການພົວພັນລະຫວ່າງສອງປະເທດໃນຕະຫຼອດ 30 ປີຜ່ານມາຢ່າງບໍ່ຢຸດຢັ້ງ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ພັກ ແລະລັດຫວຽດນາມ ຖືເປັນສຳຄັນຕໍ່ການພົວພັນກັບ ສ.ເກົາຫຼີ; ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາເພື່ອນມິດສ.ເກົາຫຼີ ຈະສືບຕໍ່ເປີດກວ້າງ ແລະປ່ຽນແປງໃໝ່ບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມື, ເຊື່ອມໂຍງ, ໜູນຊ່ວຍເຊິ່ງກັນ ແລະກັນ ແລະໂຄສະນາເຜີຍແຜ່ໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ, ປະຊາຊົນຂອງກັນ; ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະກອບສ່ວນເພີ່ມພູນຄູນສ້າງການພົວພັນລະຫວ່າງສອງປະເທດໄດ້ພັດທະນາອັນດີງາມຢ່າງບໍ່ຢຸດຢັ້ງ ແລະໝັ້ນຄົງກວ່າເກົ່າ.

leftcenterrightdel
ທ່ານ Lee Shin Jae ປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ກ່າວຄຳເຫັນທີ່ການພົບປະ. ພາບ: baochinhphu.vn
leftcenterrightdel
ທ່ານ Park Hang-seo, ອະດີດຄູຝຶກທີມເຕະບານແຫ່ງຊາດຫວຽດນາມ ກ່າວຄຳເຫັນທີ່ການພົບປະ. ພາບ: baochinhphu.vn
leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກັບເພື່ອນມິດ ສ.ເກົາຫຼີ. ພາບ: baochinhphu.vn

ບົນເນື້ອໃນຈິດໃຈ “ຖ້າໄດ້ຮັກແພງແລ້ວນັ້ນ ກໍ່ຍິ່ງຈະຮັກແພງຫຼາຍກວ່າເກົ່າ”, ທ່ານນາຍົກລັດຖະມົນຕີ  ຮຽກຮ້ອງໃຫ້ບັນດານັກລົງທຶນ, ວິສາຫະກິດ, ປະຊາຊົນສ.ເກົາຫຼີ ສືບຕໍ່ສະຫງວນອາລົມຈິດໃຫ້ຫວຽດນາມ; ຫັນອາລົມຈິດເຫຼົ່ານັ້ນໃຫ້ກາຍເປັນບັນດາໂຄງການຮ່ວມມືທີ່ລະອຽດ, ພ້ອມກັນແບ່ງປັນວິໄສທັດ ແລະການກະທໍາ, ພ້ອມກັນເຮັດວຽກ, ພ້ອມກັນໄຊຊະນະ, ພ້ອມກັນຊົມໃຊ້ ແລະພ້ອມກັນພັດທະນາ", "ກົມກຽວຜົນປະໂຫຍດ, ແບ່ງປັນຄວາມສ່ຽງ". ທ່ານນາຍົກລັດຖະມົນຕີ ກໍ່ຫວັງວ່າ ປະຊາຊົນ, ນັກລົງທຶນ ສ.ເກົາຫຼີ ຈະສືບຕໍ່ລົງທຶນ, ທຳມາຫາກິນ, ດໍາລົງຊີວິດຢູ່ຫວຽດນາມ; ຢືນຢັນວ່າ ເຂົາເຈົ້າຈະໄດ້ຮັບການປະພຶດຢ່າງຍຸຕິທຳ ແລະສະເໝີພາບ, ຮັບປະກັນສິດ ແລະຜົນປະໂຫຍດອັນຊອບທຳ, ປະກອບສ່ວນເຂົ້າໃນນໍ້າໃຈມິດຕະພາບຂອງ 2 ປະເທດ ແລະຄວາມຈະເລີນຮຸ່ງເຮືອງ, ວັດທະນາຖາວອນຂອງສອງປະເທດ ເພື່ອຊີວິດການເປັນຢູ່ທີ່ອີ່ມໜຳສໍາລານ, ຄວາມຜາສຸກຂອງປະຊາຊົນສອງປະເທດ.

ໂດຍ: ທະນາພອນ