leftcenterrightdel
ທ່ານ Gordan Grlic Radman ລັດຖະມົນຕີການຕ່າງປະເທດ ແລະບັນດາບັນຫາເອີລົບໂຄເອເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ປີ 2024 ເປັນປີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ແລະໂຄເອເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດ (1/7/1994-1/7/2024). ເນື່ອງໃນໂອກາດນີ້, ທ່ານ Gordan Grlic Radman ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາຜົນງານ ແລະແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

ກ່ຽວກັບການພັດທະນາ ແລະໝາກຜົນແຫ່ງການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະໂຄເອເຊຍ ໃນໄລຍະ 30 ປີຜ່ານມາ, ທ່ານ Gordan Grlic Radman ຕີລາຄາວ່າ 2 ປະເທດໄດ້ເພີ່ມທະວີການພົວພັນສອງຝ່າຍພໍສົມຄວນ, ເປັນຂີດໝາຍການແລກປ່ຽນ ແລະໃຫ້ຄຳໝັ້ນສັນຍາຢູ່ໃນລະດັບສູງທາງດ້ານເສດຖະກິດ, ວັດທະນະທຳ ແລະການທູດ.

ນັບແຕ່ປີ 1994 ເປັນຕົ້ນມາ, ໂຄເອເຊຍ ແລະຫວຽດນາມ ໄດ້ສ້າງພື້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະເຄົາລົບນັບຖື, ພາໄປເຖິງການແລກປ່ຽນດ້ານການຄ້າ, ການລົງທຶນ ແລະການທ່ອງທ່ຽວມີປະສິດທິຜົນ.

ບັນດາການເຄື່ອນໄຫວກ່ຽວກັບວັດທະນະທໍາ ແລະການສຶກສາໄດ້ເຮັດໃຫ້ມີຄວາມເຂົ້າໃຈກັນ ແລະນໍ້າໃຈແຫ່ງຄວາມເປັນເພື່ອນມິດຂອງສອງປະເທດເລິກເຊິ່ງຂຶ້ນຕື່ມ. ການຢ້ຽມຢາມຂັ້ນສູງຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມໂຄເອເຊຍ ຂອງທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ    ເມື່ອເດືອນ ຕຸລາ 2022.

ກະຊວງການຕ່າງປະເທດສອງປະເທດໄດ້ດຳເນີນການປຶກສາຫາລືດ້ານການເມືອງໃນປີ 2023 ແລະ 2024 ກໍ່ຄືການພົບປະເມື່ອບໍ່ດົນມານີ້ຂອງທ່ານລັດຖະມົນຕີ Gordan Grlic Radman ກັບທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ.

ກ່ຽວກັບເລື່ອງບຸລິມະສິດຂອງໂຄເອເຊຍ ໃນການພົວພັນກັບຫວຽດນາມ ໃນປີ 2024 ແລະຊຸມປີຕໍ່ໄປ, ທ່ານ Gordan Grlic Radman ໃຫ້ຮູ້ວ່າ ໂຄເອເຊຍ ວາງເປົ້າໝາຍເພີ່ມທະວີ ແລະຫັນການພົວພັນກັບຫວຽດນາມ ເປັນຫຼາຍຮູບຫຼາຍແບບໃນຂົງເຂດຫຼັກແຫຼ່ງຈຳນວນໜຶ່ງ.

ຈຸດໃຈກາງຂອງໂຄເອເຊຍ ແມ່ນຈະເພີ່ມທະວີການຮ່ວມມືດ້ານເສດຖະກິດດ້ວຍການນຳໃຊ້ທີ່ຕັ້ງຍຸດທະສາດຂອງ ໂຄເອເຊຍ ເພື່ອຊຸກຍູ້ການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະເອີລົບ.

ໂຄເອເຊຍ ກໍ່ປາດຖະໜາຢາກເປີດກວ້າງການແລກປ່ຽນດ້ານວັດທະນະທຳ, ວິທະຍາສາດ ແລະການສຶກສາເພື່ອແນໃສ່ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະນ້ຳໃຈໄມຕີຈິດມິດຕະພາບລະຫວ່າງ 2 ຊາດ.

ຕາມທ່ານ Gordan Grlic Radman ແລ້ວ, ການທູດວັດທະນະທຳສວມບົດບາດສຳຄັນໃນການໂຄສະນາປະຫວັດສາດ, ມູນເຊື້ອທີ່ອຸດົມສົມບູນຂອງ 2 ປະເທດ, ໃນຂະນະທີ່ການຮ່ວມມືດ້ານການທ່ອງທ່ຽວສືບຕໍ່ແມ່ນບຸລິມະສິດແຖວໜ້າ, ດ້ວຍຄວາມມານະພະຍາຍາມ ເພື່ອແນໃສ່ຊຸກຍູ້ການທ່ອງທ່ຽວ ແລະເຮັດໃຫ້ຄວາມງາມທາງທຳມະຊາດພົ້ນເດັ່ນຂຶ້ນກໍ່ຄືແຫຼ່ງທ່ອງທ່ຽວວັດທະນະທຳຂອງສອງປະເທດ.

ໂຄເອເຊຍ ຕີລາຄາສູງການຮ່ວມມືກັບຫວຽດນາມ ຢູ່ເວທີປາໄສຫຼາຍຝ່າຍ ແລະໃຫ້ຄຳໝັ້ນສັນຍາວ່າຈະສົມທົບກັນແກ້ໄຂສິ່ງທ້າທາຍທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ ແລະຄວາມໝັ້ນຄົງຂອງພາກພື້ນ.

ເມື່ອເວົ້າເຖິງບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ ແລະໂຄເອເຊຍ ຢູ່ໃນລະດັບສອງຝ່າຍ ແລະຫຼາຍຝ່າຍ, ທ່ານ Gordan Grlic Radman ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນການຮ່ວມມືໃນອະນາຄົດລະຫວ່າງ 2 ປະເທດຍັງໃຫຍ່ຫຼວງທີ່ສຸດ ແລະເຕັມໄປດ້ວຍຄຳໝັ້ນໝາຍ.

ດ້ວຍການນຳໃຊ້ກຳລັງແຮງ ແລະຄຸນຄ່າລວມ, ສອງປະເທດສາມາດສ້າງການພົວພັນຄູ່ຮ່ວມມືທີ່ໝັ້ນແກ່ນ, ນຳເອົາຜົນປະໂຫຍດມາໃຫ້ທັງສອງປະເທດ ແລະປະກອບສ່ວນຢ່າງຕັ້ງໜ້າໃຫ້ບັນດາບັນຫາພາກພື້ນ ແລະສາກົນ.

ໃນຂອບເຂດການພົວພັນເອີລົບ-ອາຊຽນ, ການເພີ່ມທະວີການຮ່ວມມືກ່ຽວກັບບັນຫາດ້ານການເມືອງ, ເສດຖະກິດ ແລະຄວາມໝັ້ນຄົງຍັງມີຄວາມໝາຍສຳຄັນທີ່ສຸດ.

leftcenterrightdel
ຫວຽດນາມ ແລະໂຄເອເຊຍ ມີຄວາມສາມາດບົ່ມຊ້ອນຫຼາຍພໍສົມຄວນເພື່ອເພີ່ມທະວີການພົວພັນດ້ານການຄ້າ ແລະການລົງທຶນ. ພາບ: ສໍານັກຂ່າວສານຫວຽດນາມ

ໂຄເອເຊຍ  ພ້ອມແລ້ວທີ່ຈະໜູນຊ່ວຍບັນດາຂໍ້ລິເລີ່ມຊຸກຍູ້ການເຈລະຈາ ແລະການຮ່ວມມືລະຫວ່າງອີຢູ ແລະອາຊຽນ. ໂຄເອເຊຍ ໄດ້ເຊັນທັງສັນຍາການຄ້າເສລີ ແລະສັນຍາປົກປ້ອງການລົງທຶນໃນປີ 2019.

ຍິ່ງໄປກວ່ານັ້ນ, ໂຄເອເຊຍ ປາດຖະໜາຢາກເພີ່ມທະວີການສົມທົບກັບຫວຽດນາມ ໃນຂອບເຂດສະຫະປະຊາຊາດກວ່າອີກ.

ທ່ານ Gordan Grlic Radman ເນັ້ນໜັກວ່າ: ໂຄເອເຊຍ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ໃນບັນດາບັນຫາທົ່ວໂລກ, ບໍ່ວ່າຈະຢູ່ບ່ອນໃດ ເຊິ່ງ 2 ປະເທດມີຜົນປະໂຫຍດຮ່ວມກັນ.

ບັນດາຂົງເຂດຮ່ວມມືທີ່ເປັນໄປໄດ້ອື່ນອາດຈະລວມເອົາທັງການຫຼຸດຜ່ອນຄວາມສ່ຽງຕໍ່ການປ່ຽນແປງຂອງດິນຟ້າອາກາດ, ຜົນສະທ້ອນຕໍ່ສິດທິມະນຸດຂອງຊຸມຊົນທ້ອງຖິ່ນ, ພ້ອມທັງປັບປຸງຄວາມສາມາດຟື້ນຟູ ແລະການປັບຕົວ ຂອງເຂົາເຈົ້າ.

ໂຄເອເຊຍ ເຊື່ອໝັ້ນວ່າສັນຕິພາບທີ່ໝັ້ນຄົງບໍ່ສາມາດບັນລຸໄດ້ຖ້າບໍ່ມີການພັດທະນາແບບຍືນຍົງ, ໃນນັ້ນ ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ.

ບັນດາຄຳໝັ້ນສັນຍາກ່ຽວກັບຄວາມສະເໝີພາບລະດັບຊາດຂອງສອງປະເທດໃນການປະຕິບັດໂຄງການດໍາເນີນງານ 2030 ແລະບັນດາເປົ້າໝາຍພັດທະນາແບບຍືນຍົງຂອງໂຄງການດໍາເນີນງານ 2030 ແມ່ນພື້ນຖານທີ່ດີໃຫ້ແກ່ການຮ່ວມມື ແລະໜູນຊ່ວຍຂອງຫວຽດນາມ ແລະໂຄເອເຊຍ  ຢູ່ເວທີປາໄສສາກົນໃນຂອບເຂດທົ່ວໂລກ.

ຕາມທ່ານ Gordan Grlic Radman ແລ້ວ, ເພື່ອຊຸກຍູ້ການພົວພັນສອງຝ່າຍຕື່ມອີກ, ຫວຽດນາມ ແລະໂຄເອເຊຍ ຈະຕ້ອງສຸມໃສ່ບາງຂໍ້ລິເລີ່ມ ແລະການກະທຳສຳຄັນຈຳນວນໜຶ່ງ.

ໂດຍສະເພາະແມ່ນຕ້ອງໃຫ້ບຸລິມະສິດເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ. ພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນຂອງຫວຽດນາມ ແລະທີ່ຕັ້ງຍຸດທະສາດຂອງໂຄເອເຊຍ ຢູ່ເອີລົບ ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຂະຫຍາຍການພົວພັນດ້ານເສດຖະກິດ.

ຄວນປະຕິບັດຄວາມພະຍາຍາມ ເພື່ອສ້າງເງື່ອນໄຂເຂົ້າເຖິງຕະຫຼາດຂອງກັນ ແລະກັນໃຫ້ງ່າຍດາຍກວ່າ, ໝູນໃຊ້ບັນດາສັນຍາການຄ້າທີ່ມີຢູ່ແລ້ວ ແລະກໍານົດຂົງເຂດຮ່ວມມືໃໝ່ເຊັ່ນ: ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກໍາປ້ອງກັນຊາດ ຫຼື ພະລັງງານ.

ທີສອງແມ່ນເພີ່ມທະວີການສົນທະນາທາງການທູດ ແລະການຢ້ຽມຢາມຂັ້ນສູງ. ການປຶກສາຫາລື ແລະແລກປ່ຽນໃນລະດັບການເມືອງ ແລະການທູດເປັນປະຈຳຈະຊ່ວຍຮັກສາກຳລັງແຮງ ແລະແກ້ໄຂທຸກບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນ, ພ້ອມທັງເລື່ອງສ້າງຕັ້ງບັນດາກຸ່ມມິດຕະພາບລະຫວ່າງລັດຖະສະພາໂຄເອເຊຍ ແລະຫວຽດນາມ ກໍ່ສາມາດເພີ່ມທະວີການພົວພັນຢູ່ໃນລະດັບການທູດລັດຖະສະພາໄດ້.

ໂຄເອເຊຍ ຊົມເຊີຍການເປີດກວ້າງເຄືອຂ່າຍທາງການທູດ ແລະກົງສູນຕື່ມອີກ.

ໂດຍ: ໄຊນີດາ