ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບວຽກງານກໍ່ສ້າງພັກ, ໂດຍສະເພາະແມ່ນແຜນນະໂຍບາຍ, ການບຸລິມະສິດ ແລະມາດຕະການຜັນຂະຫຍາຍໃຫ້ສອດຄ່ອງກັບສະພາບການຂອງແຕ່ລະພັກ, ໝາກຜົນບັນລຸໄດ້ ແລະບົດຮຽນປະສົບການທີ່ຖອດຖອນມາໄດ້. ໂອກາດນີ້, ຄະນະ ໄດ້ຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ 32 ຂອງພັກ ກອມມູນິດ ອາເມລິກາ ທີ່ດໍາເນີນຢູ່ Chicago ໃນເດືອນມິຖຸນາ ຜ່ານມາ. 

leftcenterrightdel
ຄະນະຜູ້ແທນຄະນະພັກກຸ່ມບັນດາອົງການຂັ້ນສູນກາງ ນໍາໂດຍສະຫາຍ ຫງວຽນວັນເຖ້ ເລຂາຄະນະພັກກຸ່ມບັນດາອົງການຂັ້ນສູນກາງ ທີ່ການເຮັດວຽກກັບຄະນະຜູ້ຕາງໜ້າຫວຽດນາມ ປະຈໍາຢູ່ ສະຫະປະຊາຊາດ ແລະບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ນິວຢອກ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານ Rossana Cambron, ປະທານຮ່ວມພັກກອມມູນິດອາເມລິກາ ສະແດງຄວາມປິຕິຊົມຊື່ນ ແລະຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ແລະວຽກງານກໍ່ສ້າງພັກ ເວົ້າສະເພາະທີ່ ຫວຽດນາມ ບັນລຸໄດ້ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ; ເນັ້ນໜັກວ່າ ນີ້ແມ່ນແຮງບັນດານໃຈ ແລະການລະດົມກໍາລັງໃຈອັນໃຫຍ່ຫຼວງຕໍ່ບັນດານັກກອມມູນິດ ກໍຄື ຊາວຜູ້ອອກແຮງງານອາເມລິກາ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບພັກກອມມູນິດ ອາເມລິກາ ເພື່ອແນໃສ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບລະຫວ່າງສອງພັກ ແລະປະຊາຊົນສອງປະເທດ.

ໂອກາດນີ້, ຄະນະ ຍັງມີການເຮັດວຽກກັບຄະນະຜູ້ຕາງໜ້າຫວຽດນາມ ປະຈໍາຢູ່ ສະຫະປະຊາຊາດ ແລະບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ ນິວຢອກ.

ໂດຍ: ໄຊຊະນະ