ຕອນເຊົ້າວັນທີ 28 ມິຖຸນາ, ຄະນະພັກຕຳຫຼວດສູນກາງ ໄດ້ສົມທົບກັບໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊຶເທິດ, ຈັດການໂອລົມສົນທະນາວິທະຍາສາດກ່ຽວກັບ “2 ນິພົນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບວັດທະນະທຳ ແລະການຕ່າງປະເທດ, ການທູດ - ຄຸນຄ່າທິດສະດີ, ພຶດຕິກຳຕົວຈິງສຳລັບພາລະກິດປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະສ້າງກຳລັງຕຳຫຼວດປະຊາຊົນ”.

leftcenterrightdel
 
leftcenterrightdel
2 ນິພົນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບວັດທະນະທຳ ແລະການຕ່າງປະເທດ, ການທູດ. ພາບ: qdnd.vn

ທ່ານ ຮສຈ. ປອ ຫວູຈ້ອງເລິມ ຫົວໜ້າ, ຫົວໜ້າບັນນາທິການໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊຶເທິດ, ໃຫ້ຮູ້ວ່າ: “ເລື່ອງຈັດຕັ້ງການພິມຈຳໜ່າຍ, ບັນນາທິການນິພົນຂອງ ທ່ານ ຫງວຽນຝູຈ້ອງ ແມ່ນໜ້າທີ່ໜຶ່ງທີ່ມີຄວາມສຳຄັນທີ່ສຸດ, ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງຂອງບັນດາອົງການທີ່ໄດ້ຮັບມອບໝາຍໜ້າທີ່, ໃນນັ້ນມີໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊຶເທິດ. ພ້ອມກັນນັ້ນ, ເລື່ອງສະສົມ, ຄັດເລືອກເອກະສານ, ສ້າງໂຄງຮ່າງ, ສັບຊ້ອນບັນດາບົດຂຽນໄດ້ດຳເນີນໄປພ້ອມໆກັນກັບວຽກງານບັນນາທິການ ເພື່ອຮັບປະກັນຄວາມຄືບໜ້າໃນການຈັດພິມຈຳໜ່າຍປຶ້ມ”.

ບັນດາບົດປະກອບຄຳເຫັນທີ່ການໂອ້ລົມສົນທະນາໄດ້ສຸມໃສ່ເຮັດແຈ້ງບັນດາເນື້ອໃນຫຼັກແຫຼ່ງ, ແຜ່ຂະຫຍາຍຄວາມໝາຍ, ຄຸນຄ່າຢ່າງເລິກເຊິ່ງຂອງນິພົນ 2 ເຫຼັ້ມກ່ຽວກັບວັດທະນະທຳ ແລະການຕ່າງປະເທດ, ການທູດຂອງທ່ານເລຂາທິການໃຫຍ່  ໃນໝູ່ພະນັກງານ, ສະມາຊິກພັກ, ປະຊາຊົນ ແລະເພື່ອນມິດສາກົນ. ຈາກນັ້ນ, ກໍ່ປະກອບສ່ວນສ້າງການຫັນປ່ຽນທີ່ສຳຄັນ, ບັນລຸປະສິດທິຜົນຈາກການຮັບຮູ້ຕະຫຼອດຮອດການກະທຳໃນພາລະກິດແຫ່ງການສ້າງສາ ແລະພັດທະນາວັດທະນະທຳ, ຊາວຫວຽດນາມ ແລະພື້ນຖານການຕ່າງປະເທດ, ການທູດຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ.

ໂດຍ: ທະນາພອນ