ທີ່ການຕ້ອນຮັບ, ທ່ານປະທານປະເທດ ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດໃນການພົວພັນຫວຽດນາມ - ອົດສະຕາລີ; ສະແດງຄວາມຊົມເຊີຍຕໍ່ບາດກ້າວພັດທະນາການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ ໃນໄລຍະຜ່ານມາ; ສະເໜີໃຫ້ສອງຝ່າຍຮັກສາການພົບປະແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຮັດໃຫ້ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການຄ້າ - ການລົງທຶນ ເລິກເຊິ່ງກວ່າອີກ; ຍູ້ແຮງການຜັນຂະຫຍາຍຮ່ວມມືໃນບັນດາຂົງເຂດໃໝ່ເຊັ່ນ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານສະອາດ, ການຫັນປ່ຽນດີຈີຕອນ ແລະປັນຍາປະດິດ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ Andrew Goledzinowski. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ສະເໜີໃຫ້ລັດຖະບານອົດສະຕາລີ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຫວຽດນາມ ໄປຮ່ຳຮຽນ, ດຳລົງຊີວິດ ແລະເຮັດວຽກຢູ່ອົດສະຕາລີ; ສະແດງຄວາມຂອບອົກຂອບໃຈຕໍ່ອົດສະຕາລີ ທີ່ໄດ້ໜູນຊ່ວຍຫວຽດນາມ ໃນຫຼາຍຂົງເຂດ, ຄື: ສາທາລະນະສຸກ, ການຮັກສາສັນຕິພາບ, ຮັບມືການປ່ຽນແປງຂອງດິນຟ້າອາກາດ ແລະການຫັນປ່ຽນດ້ານພະລັງງານ.

ທ່ານເອກອັກຄະລັດຖະທູດ Andrew Goledzinowski ຕີລາຄາສູງຫວຽດນາມ ດ້ວຍນະໂຍບາຍການທູດທີ່ມີສີສັນ “ໄມ້ໄຜ່ຫວຽດນາມ” ໄດ້ ແລະພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ; ຢືນຢັນວ່າ ຫວຽດນາມ ສວມບົດບາດສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງ ອົດສະຕາລີ ຕໍ່ພາກພື້ນ, ໃຫ້ຄຳໝັ້ນສັນຍາສືບຕໍ່ສະຫງວນແຫຼ່ງກຳລັງຫຼາຍຢ່າງໃຫ້ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ຫວຽດນາມ ໃນຂອບເຂດຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ຮອດປີ 2040 ຂອງ ອົດສະຕາລີ.

ທ່ານປະທານປະເທດ ຕີລາຄາສູງຫຼັກໝັ້ນຂອງ ອົດສະຕາລີ ໃນການສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ພາກພື້ນ, ແກ້ໄຂການພິພາດໂດຍສັນຕິວິທີຜ່ານການເຈລະຈາ, ບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).

ໂດຍ: ທະນາພອນ