ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃຫ້ຮູ້ວ່າ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ໃນໄລຍະຜ່ານມາ, ຫວຽດນາມ ໄດ້ຍູ້ແຮງການສ້າງລະບອບລະບຽບການ, ກົດໝາຍໃຫ້ສຳເລັດຜົນ; ສຸມໃສ່ລົງທຶນພື້ນຖານໂຄງລ່າງ, ໃນນັ້ນມີບັນດາເສັ້ນທາງຄວາມໄວສູງ. ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ບັນດາວິສາຫະກິດ EU ແລະອາຊຽນ ມີຄວາມສົນໃຈ, ໜູນຊ່ວຍກ່ຽວກັບວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: baochinhphu.vn

ສ່ວນທ່ານ Jens Rubbert ໄດ້ຕີລາຄາສູງບັນດາການກຳນົດທິດພັດທະນາເສດຖະກິດແບບຍືນຍົງຂອງ ຫວຽດນາມ ກໍ່ຄືໝາກຜົນພັດທະນາເສດຖະກິດໃນໄລຍະຈະມາເຖິງ. ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາໄວທີ່ສຸດຢູ່ອາຊີ. ດັ່ງນັ້ນ, ບັນດາສະມາຊິກສະພາດຳເນີນທຸລະກິດ EU - ອາຊຽນ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແຮງ, ກຽມພ້ອມໃຫ້ແກ່ການມາລົງທຶນ, ດຳເນີນທຸລະກິດ ແລະໜູນຊ່ວຍ ຫວຽດນາມ ໃນຫຼາຍຂົງເຂດ.

ໂດຍ: ກວຽດເຕິມ