ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະແດງຄວາມປິຕິຊົມຊື່ນ ແລະຂອບໃຈທ່ານຮອງນາຍົກລັດຖະມົນຕີ ຈີນ Zhang Guoqing ໄດ້ເຂົ້າຮ່ວມກອງປະຊຸມການຮ່ວມມື ຫວຽດນາມ - ຈີນ ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດດ້ານຄົມມະນາຄົມ ແລະບົດບາດຂອງບັນດາວິສາຫະກິດ ຫວຽດນາມ - ຈີນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ອັນໃຫຍ່ຫຼວງຂອງລັດຖະບານສອງປະເທດ ກ່ຽວກັບການຮ່ວມມືໃນຂົງເຂດນີ້ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບທ່ານ Zhang Guoqing ຮອງນາຍົກລັດຖະມົນຕີ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເນັ້ນໜັກວ່າ ໃນບັນດາວຽກງານທີ່ຕ້ອງເຮັດເພື່ອຫັນຄວາມຮັບຮູ້ລວມຂັ້ນສູງ, ຖະແຫຼງການຮ່ວມ ຫວຽດນາມ - ຈີນ ໃຫ້ເປັນລະອຽດ ນັ້ນ ການຄົມມະນາຄົມແມ່ນຂົງເຂດບຸກທະລຸ, ເປັນໄປໄດ້ ແລະມີລັກສະນະເປັນສັນຍາລັກ, ມີຄວາມໝາຍສໍາຄັນ ເພື່ອເຊື່ອມຕໍ່ຍຸດທະສາດສອງພື້ນຖານເສດຖະກິດ, ເຊື່ອມຕໍ່ລະຫວ່າງຂອບເຂດ “ສອງແລວທາງ, ໜຶ່ງເສັ້ນທາງ” ຂອງຫວຽດນາມ ກັບຂໍ້ລິເລີ່ມ “ໜຶ່ງແລວ ແລະໜຶ່ງເສັ້ນທາງ” ຂອງ ຈີນ. ທ່ານນາຍົກລັດຖະມົນຕີ ສະເໜີ, ກ່ອນອື່ນໝົດສອງຝ່າຍສຸມໃສ່ຊຸກຍູ້ການຮ່ວມມືຜັນຂະຫຍາຍ 3 ເສັ້ນທາງລົດໄຟທີ່ເຊື່ອມຕໍ່ ຫວຽດນາມ - ຈີນ (ລາວກາຍ-ຮ່າໂນ້ຍ-ຫາຍຟ່ອງ; ລ້າງເຊີນ-ຮ່າໂນ້ຍ; ມ໋ອງກ໋າຍ-ຮະລອງ-ຫາຍຟ່ອງ).

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕີລາຄາວ່າບັນດາເສັ້ນທາງລົດໄຟສາຍນີ້ຈະປະກອບສ່ວນຊ່ວຍໃຫ້ສອງປະເທດ ຫວຽດນາມ - ຈີນ “ທີ່ມີພູຜາ ແລະແມ່ນໍ້າລໍາເຊຕິດຈອດກັນ” ຫຼຸດຜ່ອນຄ່າໃຊ້ຈ່າຍໂລຈິດສະຕິກ, ຫຼຸດຜ່ອນລາຄາຕົ້ນທຶນ, ຍົກສູງກໍາລັງແກ່ງແຍ້ງຂອງຜະລິດຕະພັນ, ສິນຄ້າ, ຊຸກຍູ້ການຜະລິດ, ດໍາເນີນທຸລະກິດ, ສ້າງວຽກເຮັດງານທໍາ, ລ້ຽງຊີບໃຫ້ແກ່ປະຊາຊົນ, ພັດທະນາເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີຝ່າຍ ຈີນ ສຸມໃສ່ໜູນຊ່ວຍຫວຽດນາມ ໃນ 3 ເນື້ອໃນຫຼັກໃນຂົງເຂດເສັ້ນທາງລົດໄຟ, ລວມມີ: ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ; ແຫຼ່ງທຶນພິເສດ; ກໍ່ສ້າງຊັບພະຍາກອນມະນຸດ. ສອງຝ່າຍຮ່ວມກັນຖອດຖອນບົດຮຽນຈາກບັນດາໂຄງການໃນເມື່ອກ່ອນ ເພື່ອດັດປັບ, ເຮັດໃຫ້ບັນດາແຜນການ, ໂຄງການຮ່ວມມືໃນຕໍ່ໜ້າດີກວ່າ.

ສ່ວນທ່ານຮອງນາຍົກລັດຖະມົນຕີ ຈີນ Zhang Guoqing ເຫັນດີເປັນເອກະພາບສູງຕໍ່ບັນດາຄໍາເຫັນ, ວິໄສທັດ, ຄວາມເອົາໃຈໃສ່ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ທີ່ມີຕໍ່ການເຊື່ອມຕໍ່ເສດຖະກິດ, ເຊື່ອມຕໍ່ການຄົມມະນາຄົມລະຫວ່າງສອງປະເທດ ຫວຽດນາມ-ຈີນ, ໃນນັ້ນມີຂົງເຂດເສັ້ນທາງລົດໄຟແມ່ນບຸລິມະສິດ, ໂດຍສະເພາະແມ່ນຊຸກຍູ້ການຜັນຂະຫຍາຍ 3 ໂຄງການ ເສັ້ນທາງລົດໄຟ ທີ່ທ່ານນາຍົກລັດຖະມົນຕີ ໄດ້ເຕື້ອງເຖິງໂດຍໄວ.

ຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຈີນ Zhang Guoqing ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ກອງປະຊຸມ “ການຮ່ວມມື ຫວຽດນາມ-ຈີນ ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດດ້ານຄົມມະນາຄົມ ແລະບົດບາດຂອງບັນດາວິສາຫະກິດ ຫວຽດນາມ - ຈີນ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄໍາເຫັນທີ່ກອງປະຊຸມການຮ່ວມມື ຫວຽດນາມ - ຈີນ ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດດ້ານຄົມມະນາຄົມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເນັ້ນໜັກວ່າ ການພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງຍຸດທະສາດດ້ານຄົມມະນາຄົມ ຫວຽດນາມ - ຈີນ ມີຄວາມໝາຍສໍາຄັນເປັນພິເສດ, ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສຍ້ອນສອງປະເທດ “ມີພູຜາ ແລະແມ່ນໍ້າລໍາເຊຕິດຈອດກັນ”. ສິ່ງນີ້ອໍານວຍຄວາມສະດວກໃຫ້ແກ່ການພົບປະແລກປ່ຽນປະຊາຊົນ, ແລກປ່ຽນສິນຄ້າ, ເຊື່ອມຕໍ່ພາກພື້ນ ແລະສາກົນ; ຈີນ ສາມາດຜ່ານຫວຽດນາມ ເຂົ້າອາຊຽນ; ຫວຽດນາມ ສາມາດຜ່ານ ຈີນ ເຂົ້າບັນດາປະເທດອາຊີກາງ, ເອີລົບຕາເວັນອອກ.

ຫວຽດນາມ ປາດຖະໜາຢາກຖອດຖອນບົດຮຽນຮ່ວມມືກັບຈີນ ໃນຂົງເຂດພື້ນຖານໂຄງລ່າງຍຸດທະສາດດ້ານຄົມມະນາຄົມ. ຫວຽດນາມ ແລະຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ສະນັ້ນ ມີເງື່ອນໄຂເພື່ອພັດທະນາ 5 ແບບວິທີຂົນສົ່ງ. ໃນໄລຍະຜ່ານມາ, ການຮ່ວມມືດ້ານຄົມມະນາຄົມ ພັດທະນາຢ່າງແຮງ, ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນ ເຂົ້າໃນການພັດທະນາການພົວພັນດ້ານການຄ້າສອງຝ່າຍຢ່າງແຮງ.

ສໍາລັບບັນດາວິສາຫະກິດສອງປະເທດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີຕ້ອງຍູ້ແຮງກວ່າອີກການຮ່ວມມືເຊື່ອມຈອດຕາມຮູບການຮ່ວມທຸລະກິດດ້ວຍຫຼັກການ “ກົມກຽວດ້ານຜົນປະໂຫຍດ, ແບ່ງປັນຄວາມສ່ຽງ”, “ພ້ອມກັນເຮັດ, ພ້ອມກັນຊະນະ, ພ້ອມກັນພັດທະນາ”, ມີບັນດາໂຄງການຮ່ວມມືທີ່ເປັນ ສັນຍາລັກລະຫວ່າງສອງປະເທດໂດຍໄວ. ທ່ານ ຟ້າມມິງຈີ້ງ ຫວັງວ່າ ໃນໄລຍະຈະມາເຖິງ ຈະມີບາດກ້າວບຸກທະລຸໃນການພົວພັນສອງປະເທດ, ຕາມຈິດໃຈ “6 ກວ່າ”, ໃນນັ້ນມີ ແທດຈິງກວ່າ, ມີປະສິດທິຜົນກວ່າ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເດີນທາງກັບຄືນປະເທດ, ສິ້ນສຸດການເຂົ້າຮ່ວມກອງປະຊຸມ WEF Dalian 2024 ແລະເຮັດວຽກຢູ່ ສປ ຈີນ, ຕອນບ່າຍວັນທີ 27 ມິຖຸນາ 2024. ພາບ: ສໍານັກຂ່າວສານຫວຽດນາມ.

ກໍໃນຕອນເຊົ້າວັນທີ 27 ມິຖຸນາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ຕ້ອນຮັບການນໍາບາງກຸ່ມບໍລິສັດແຖວໜ້າໃນຂົງເຂດພັດທະນາພື້ນຖານໂຄງລ່າງ, ພະລັງງານ, ສິ່ງແວດລ້ອມຂອງ ຈີນ, ລວມມີກຸ່ມບໍລິສັດກໍ່ສ້າງປາຊີຟິດ ແລະກຸ່ມບໍລິສັດ Tian Ying.  

ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໃນການເຂົ້າຮ່ວມກອງປະຊຸມ WEF Dalian 2024 ແລະເຮັດວຽກຢູ່ ສປ ຈີນ. ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ພ້ອມດ້ວຍຄະນະ ໄດ້ອອກຈາກປັກກິ່ງ ເດີນທາງກັບຄືນຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານ ດ້ວຍຜົນສໍາເລັດຢ່າງຈົບງາມ.

ໂດຍ: ໄຊຊະນະ