ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ມີການພົບປະເຈລະຈາກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ.

ຫຼາຍຈຸດພົ້ນເດັ່ນໃນການພົວພັນ ຫວຽດນາມ-ຈີນ

ໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຈິງໃຈ ແລະເປີດອົກເປີດໃຈ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ຊົມເຊີຍທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ທີ່ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ເຂົ້າຮ່ວມກອງປະຊຸມ WEF ຕ້າຫຼຽນ ແລະເຮັດວຽກຢູ່ ສປ ຈີນ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ ທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຢັ້ງຢືນວ່າ ຫວຽດນາມ ຖືການພັດທະນາການພົວພັນກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ, ແມ່ນການຄັດເລືອກຍຸດທະສາດ ແລະບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ.

ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດກະສິກໍາ, ການເງິນທະນາຄານ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ, ຈຸດສຸມແມ່ນ: ການຮ່ວມມືຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ກະສິກໍາເຕັກໂນໂລຊີສູງ; ການສ້າງແຜນການ, ຂັ້ນຕອນໃຫ້ແກ່ການນໍາໃຊ້ເຂດທັດສະນີຍະພາບຕາດບ້ານຢົກ (ຫວຽດນາມ) - Detian (ຈີນ) ຢ່າງເປັນທາງການ; ສະເໜີ ຈີນ ຜັນຂະຫຍາຍທຶນການສຶກສາຈໍານວນ 1.000 ທຶນໃຫ້ແກ່ອາຈານສອນພາສາຈີນ ຂອງຫວຽດນາມ ໂດຍໄວ.

ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ຢັ້ງຢືນວ່າ ຈີນ ສະໜັບສະໜູນຫວຽດນາມ ພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເຊື່ອໝັ້ນ ແລະອວຍພອນໃຫ້ຫວຽດນາມ ປະຕິບັດບັນດາຄາດໝາຍ, ໜ້າທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກຢ່າງມີໄຊ. ທ່ານ ຫຼີສຽງ ເນັ້ນໜັກວ່າ ຈີນ ຍາມໃດກໍຖືຫວຽດນາມ ແມ່ນທິດບຸລິມະສິດໃນນະໂຍບາຍການຕ່າງປະເທດບ້ານໃກ້ເຮືອນຄຽງ; ສະໜັບສະໜູນຫວຽດນາມ ປະຕິບັດສໍາເລັດພາລະກິດຫັນປະເທດເປັນອຸດສາຫະກໍາ ແລະທັນສະໄໝ ແລະຍົກສູງບົດບາດສາກົນ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍ ເຫັນດີເປັນເອກະພາບຊຸກຍູ້ການຜັນຂະຫຍາຍໃຫ້ປະສິດທິຜົນຖະແຫຼງການຮ່ວມ ຫວຽດນາມ-ຈີນ ວ່າດ້ວຍການສືບຕໍ່ເຮັດໃຫ້ເລິກເຊິ່ງ ແລະຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ມີຄວາມໝາຍຍຸດທະສາດຕາມທິດທາງ “6 ກວ່າ”; ຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະທຸກຂັ້ນ, ຍູ້ແຮງການພົບປະແລກປ່ຽນ, ຮ່ວມມືໃນຊ່ອງທາງພັກ, ລະຫວ່າງສອງລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດສອງປະເທດ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດສໍາຄັນ, ຄື: ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ເພີ່ມທະວີການຮ່ວມມືທີ່ແທດຈິງໃນຫຼາຍຂົງເຂດ ແລະພົບປະແລກປ່ຽນມິດຕະພາບລະຫວ່າງບັນດາທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນປະຊາຊົນ; ກໍ່ສ້າງເສັ້ນຊາຍແດນທາງບົກແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ; ຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບບົນທະເລ; ເພີ່ມທະວີການສົມທົບກັນໃນບັນດາເວທີປາໄສສາກົນ ແລະພາກພື້ນ.

ສອງຝ່າຍໄດ້ລົງເລິກການແລກປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນຫາຢູ່ທະເລ, ເຫັນດີເປັນເອກະພາບຢັ້ງຢືນຄວາມສໍາຄັນຂອງການຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ທ່ານ ຟ້າມມິງຈີ້ງ ສະເໜີໃຫ້ສອງຝ່າຍປະຕິບັດເຂັ້ມງວດຄວາມຮັບຮູ້ລວມຂັ້ນສູງ ແລະ “ຂໍ້ຕົກລົງວ່າດ້ວຍບັນດາຫຼັກການພື້ນຖານກ່ຽວກັບການຊີ້ນໍາແກ້ໄຂບັນຫາຢູ່ທະເລ ຫວຽດນາມ-ຈີນ”; ເຄົາລົບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ເຄົາລົບບັນດາສິດ ແລະຜົນປະໂຫຍດອັນຊອບທໍາຂອງກັນ; ເສີມຂະຫຍາຍບັນດາກົນໄກເຈລະຈາກ່ຽວກັບບັນຫາຢູ່ທະເລ ໃຫ້ມີປະສິດທິຜົນ; ແກ້ໄຂບັນຫາເຮືອຫາປາຂອງຊາວປະມົງ ໃຫ້ສົມເຫດສົມຜົນ; ຄວບຄຸມສະພາບການຢູ່ທະເລໃຫ້ເປັນຢ່າງດີ.

ໂອກາດນີ້, ນາຍົກລັດຖະມົນຕີສອງທ່ານ ຍັງໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບຮັກສາການສົມທົບກັນ, ຮ່ວມມືຢູ່ເວທີປາໄສພາກພື້ນ ແລະສາກົນ.

ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຈີນ ລົງທຶນດໍາເນີນທຸລະກິດຢ່າງມີປະສິດທິຜົນ, ຍືນຍົງ

ຕອນບ່າຍວັນທີ 24 ມິຖຸນາ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບການນໍາບາງວິສາຫະກິດແຖວໜ້າຂອງ ຈີນ ໃນຂົງເຂດພື້ນຖານໂຄງລ່າງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບທ່ານ Sun Rongkun, ປະທານສະພາບໍລິຫານບໍລິສັດຫົວຈັກ ແລະຕູ້ລົດໄຟ ຕ້າຫຼຽນ ຈໍາກັດ - ຈີນ (CRRC). ພາບ: ສໍານັກຂ່າວສານຫວຽດນາມ.

ຕ້ອນຮັບທ່ານ Sun Rongkun, ປະທານສະພາບໍລິຫານບໍລິສັດຫົວຈັກ ແລະຕູ້ລົດໄຟ ຕ້າຫຼຽນ ຈໍາກັດ - ຈີນ (CRRC), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີໃຫ້ CRRC ເຂົ້າຮ່ວມພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນບັນດາໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່, ບັນດາເສັ້ນທາງລົດໄຟເຊື່ອມຕໍ່ລະຫວ່າງເຂດ ແລະເສັ້ນທາງລົດໄຟຕົວເມືອງຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີໃຫ້ ຈີນ, ໃນນັ້ນມີ CRRC ໜູນຊ່ວຍ, ຮ່ວມມືກັບຫວຽດນາມ ພັດທະນາຂະແໜງອຸດສາຫະກໍາລົດໄຟ; ຍູ້ແຮງການຖ່າຍທອດວິທະຍາສາດ-ເຕັກໂນໂລຊີ; ກໍ່ສ້າງຊັບພະຍາກອນມະນຸດ; ໜູນຊ່ວຍດ້ານການເງິນໃຫ້ແກ່ຫວຽດນາມ ພັດທະນາເສັ້ນທາງລົດໄຟ.

ທ່ານ ຟ້າມມິງຈີ້ງ ຢັ້ງຢືນວ່າ ລັດຖະບານຫວຽດນາມ ຍາມໃດກໍຮ່ວມເດີນທາງ, ໜູນຊ່ວຍ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ໃນນັ້ນມີວິສາຫະກິດຂອງ ຈີນ ຜັນຂະຫຍາຍການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດປະຕິບັດຕາມຂໍ້ກໍານົດຂອງກົດໝາຍໃຫ້ມີປະສິດທິຜົນ ແລະຍືນຍົງ.

ສ່ວນທ່ານ Sun Rongkun ກໍສະແດງຄວາມຫວັງວ່າ CRRC ຈະສືບຕໍ່ສະໜອງບັນດາຜະລິດຕະພັນທີ່ຂຶ້ນກັບຂົງເຂດທາງລົດໄຟໃຫ້ແກ່ຫວຽດນາມ ຄື: ຫົວຈັກໄຟຟ້າ, ຫົວຈັກ diesel; ການຮ່ວມມືຜະລິດບັນດາຜະລິດຕະພັນຂົນສົ່ງທາງລົດໄຟ ແລະຜະລິດຕະພັນພະລັງງານໃໝ່ຢູ່ຫວຽດນາມ. ພິເສດ, CRRC ປາດຖະໜາຢາກຮ່ວມມືໃນບັນດາໂຄງການກໍ່ສ້າງທາງລົດໄຟລະຫວ່າງເຂດ, ລະຫວ່າງແຂວງ ແລະເສັ້ນທາງລົດໄຟໃນຕົວເມືອງຢູ່ຫວຽດນາມ, ໂດຍສະເພາະແມ່ນບັນດາເສັ້ນທາງລົດໄຟໃນຕົວເມືອງຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ຕ້ອນຮັບທ່ານ Wang Xiaojun ຮອງປະທານກຸ່ມບໍລິສັດກໍ່ສ້າງໄຟຟ້າ ຈີນ (PowerChina). ພາບ: ສໍານັກຂ່າວສານຫວຽດນາມ.

ຕ້ອນຮັບທ່ານ Wang Xiaojun ຮອງປະທານກຸ່ມບໍລິສັດກໍ່ສ້າງໄຟຟ້າ ຈີນ (PowerChina), ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີໃຫ້ PowerChina ບໍ່ພຽງແຕ່ສືບຕໍ່ຮ່ວມມື, ລົງທຶນໃນຂົງເຂດພະລັງງານເທົ່ານັ້ນ ຫາກຍັງເປີດກວ້າງການຮ່ວມມື, ລົງທຶນຢູ່ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່, ພິເສດແມ່ນພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ...

ສ່ວນທ່ານ Wang Xiaojun ໃຫ້ຮູ້ວ່າ PowerChina ມີຄວາມສົນໃຈຢາກລົງທຶນ, ກໍ່ສ້າງບັນດາໂຄງການໄຟຟ້ານໍ້າຕົກສະສົມພະລັງງານແບບສູບ; ພັດທະນາບັນດາໂຄງການໄຟຟ້າແຮງລົມຢູ່ເຂດພາກເໜືອ; ພັດທະນາບັນດາໂຄງການ LNG ຢູ່ຫວຽດນາມ; ໄດ້ເອົາໃຈໃສ່ເປັນພິເສດ ແລະຢາກເຂົ້າຮ່ວມລົງທຶນໃນຂົງເຂດພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ ຢູ່ຫວຽດນາມ.

ໂດຍ: ໄຊຊະນະ