ຕາມທ່ານ ຟ້າມຊາວມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ແລ້ວ, ເລື່ອງ WEF ໄດ້ເຊີນທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມໃນ 2 ປີຜ່ານມາ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ການຕີລາຄາສູງຂອງ WEF ແລະ ປະຊາຄົມວິສາຫະກິດສາກົນ ຕໍ່ກັບທີ່ຕັ້ງ, ບົດບາດ ແລະ ການປະກອບສ່ວນຂອງຫວຽດນາມ ໃນການເຕີບໂຕເສດຖະກິດໃນທົ່ວໂລກ ແລະພາກພື້ນ. ນີ້ແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳໃຫ້ໂລກຮັບຮູ້ບັນດາຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຜ່ານມາ, ສະແດງໃຫ້ເຫັນພາບພົດຂອງຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ຕັ້ງໜ້າເຊື່ອມໂຍງ, ເຊື່ອໝັ້ນຕົນເອງ ແລະມີຄວາມດຶງດູດຕໍ່ກັບບັນດາກຸ່ມບໍລິສັດທົ່ວໂລກ, ຜ່ານນັ້ນຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ດຶງດູດແຫຼ່ງກຳລັງເພື່ອພັດທະນາປະເທດຊາດ.

ຜ່ານກອງປະຊຸມ, ຫວຽດນາມ ສາມາດກຳແໜ້ນບັນດາບັນຫາ ແລະທ່າອ່ຽງໃໝ່ຂອງເສດຖະກິດໂລກ; ພ້ອມກັບຝ່າຍຕ່າງໆແລກປ່ຽນຈິນຕະນາການພັດທະນາ ແລະ ການຄຸ້ມຄອງບໍລິຫານໃນລະດັບຊາດ ແລະທົ່ວໂລກ; ປະກອບສ່ວນແກ້ໄຂບັນດາບັນຫາທົ່ວໂລກຄື: ຊຸກຍູ້ການເຕີບໂຕ, ພັດທະນາຂະແໜງອຸດສາຫະກຳໃໝ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ກອງປະຊຸມຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ເພີ່ມທະວີການແລກປ່ຽນ ແລະ ຊຸກຍູ້ການພົວພັນກັບບັນດາປະເທດ, ຄູ່ຮ່ວມມື ແລະອົງການຈັດຕັ້ງສາກົນຕ່າງໆ, ຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດກວ່າອີກ, ຢັ້ງຢືນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຊຸກຍູ້ການຮ່ວມມື ແລະຄູ່ຮ່ວມມືກັບ WEF.

leftcenterrightdel
ທ່ານ ຟ້າມມິງຈິ໊ງ  ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ  ຈະມີບົດກ່າວປາໄສພິເສດທີ່ວາລະໄຂກອງປະຊຸມຄົບຄະນະ; ເປັນປະທານບາງວາລະປຶກສາຫາລື ແລະ ໂອ້ລົມສົນທະນາກັບບັນດາກຸ່ມບໍລິສັດເສດຖະກິດຂະໜາດໃຫຍ່ ແລະ ວິສາຫະກິດປ່ຽນແປງໃໝ່ປະດິດສ້າງກ່ຽວກັບບັນຫາຄື: ກາລະໂອກາດຮ່ວມມື, ມາດຕະການແກ້ໄຂໃໝ່ສຳລັບບັນຫາພັດທະນາທົ່ວໂລກ ແລະຍຸດທະສາດພັດທະນາເສດຖະກິດຂອງຫວຽດນາມ. ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ ຍັງມີການພົບປະສອງຝ່າຍກັບການນຳຂອງບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ກຸ່ມບໍລິສັດຂະໜາດໃຫຍ່.

ກ່ຽວກັບການເຮັດວຽກຢູ່ຈີນ ໃນຄັ້ງນີ້, ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ນີ້ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຂອງສອງປະເທດ ລົງເລິກປຶກສາຫາລືມາດຕະການລະອຽດ  ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສຸດຂອງສອງພັກ, ສອງປະເທດ ຢ່າງມີປະສິດທິຜົນ; ສືບຕໍ່ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງແຂງແຮງໃນໄລຍະຈະມາເຖິງ.

ໂດຍ: ທູຈາງ