ສະພາກໍາມະການຮອບສຸດທ້າຍຂອງລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 18 - ປີ 2023 ໄດ້ໃຫ້ຂໍ້ສັງເກດວ່າ: ໃນຊຸມປີຜ່ານມາ ສື່ມວນຊົນໄດ້ສ່ອງແສງຄວາມມານະພະຍາຍາມຂອງພັກ, ລັດ, ປະຊາຊົນ ແລະວິສາຫະກິດເພື່ອແນໃສ່ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະຍຸດທະສາດພັດທະນາປະເທດຊາດໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ; ພາລະກິດກໍ່ສ້າງ, ປັບປຸງພັກ, ເດັດດ່ຽວຕໍ່ສູ້ຕ້ານການສໍ້ລາດບັງຫຼວງ, ຫຍໍ້ທໍ້, ຕໍ່ສູ້ຕໍ່ທັດສະນະທີ່ຜິດພາດ, ເປັນປໍລະປັກ, ປົກປັກຮັກສາພື້ນຖານແນວຄິດຂອງພັກ.

leftcenterrightdel
ທ່ານປະທານປະເທດ ໂຕເລິມ ແລະບັນດານັກປະພັນໜັງສືພິມກອງທັບປະຊາຊົນທີ່ຮັບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 18 - ປີ 2023. ພາບ: ຫວຽດຈຸງ

ປີນີ້, ຈໍານວນບົດປະພັນທີ່ເຂົ້າຮ່ວມລາງວັນບັນລຸລະດັບສູງສຸດໃນຊຸມປີມໍ່ໆມານີ້ ດ້ວຍ 1.905 ບົດປະພັນ, ສະແດງໃຫ້ເຫັນຄວາມດຶງດູດຢ່າງແຮງຂອງລາງວັນ ແລະຄວາມເອົາໃຈໃສ່, ການຕອບສະໜອງຢ່າງຕັ້ງໜ້າຂອງສະມາຊິກສະມາຄົມພ້ອມກັບສະມາຄົມນັກຂ່າວທຸກຂັ້ນໃນທົ່ວປະເທດ. ສະພາກໍາມະການຮອບສຸດທ້າຍໄດ້ໃຫ້ຄະແນນ 165 ບົດປະພັນດີເດັ່ນທີ່ຄັດເລືອກຈາກຮອບຄັດເລືອກ ແລະຕົກລົງມອບ 10 ລາງວັນ A, 26 ລາງວັນ B, 45 ລາງວັນ C, 41 ລາງວັນຊົມເຊີຍ, ຕາມ 11 ປະເພດລາງວັນໃຫ້ແກ່ບົດປະພັນດີເດັ່ນທີ່ສຸດ.

ກ່າວຄຳເຫັນທີ່ພິທີ, ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ໂຕເລິມ ໄດ້ຍ້ອງຍໍ, ຮັບຮູ້ ແລະຕີລາຄາສູງບັນດາຜົນງານ, ໝາກຜົນຂອງສື່ມວນຊົນ ແລະຖັນແຖວນັກຂ່າວຕໍ່ພາລະກິດປົດປ່ອຍຊາດ, ສ້າງສາ ແລະພັດທະນາປະເທດຊາດໃນຕະຫຼອດໄລຍະ 99 ປີຜ່ານມາ; ພ້ອມທັງ, ຂໍສະແດງຄວາມຊົມເຊີຍ 122 ນັກປະພັນ, ກຸ່ມນັກປະພັນທີ່ໄດ້ຮັບລາງວັນສື່ມວນຊົນແຫ່ງຊາດ ຄັ້ງທີ 18.

ໃນຕະຫຼອດ 18 ປີແຫ່ງການຈັດຕັ້ງລາງວັນສື່ມວນຊົນແຫ່ງຊາດ, ໜັງສືພິມກອງທັບປະຊາຊົນຫວຽດນາມ ເຄີຍໄດ້ຮັບລາງວັນສູງຫຼາຍລາງວັນເປັນປະຈຳ. ສິ່ງສະແດງໃຫ້ເຫັນຜົນການອອກແຮງງານທີ່ມີຫົວຄິດປະດິດສ້າງຂອງນັກຂ່າວ - ນັກຮົບ, ນັ້ນແມ່ນໄດ້ຮັບ 3 ລາງວັນສື່ມວນຊົນແຫ່ງຊາດ ປີ 2023, ລວມມີ 2 ລາງວັນ B ແລະ 1 ລາງວັນ C.

ໂດຍ: ຈາງຫງວຽນ