ທ່ານ ເຈິ່ນແທັງເໝິນ ໄດ້ຫວນຄືນການຢ້ຽມຢາມຂອງການນຳສອງປະເທດໃນໄລຍະຜ່ານມາ ແລະຊົມເຊີຍມາຣົກ ທີ່ໄດ້ບັນລຸບັນດາຜົນງານພັດທະນາເສດຖະກິດ - ສັງຄົມ; ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງມາຣົກ ເມື່ອຢືນອັນດັບທີ 5 ໃນຈຳນວນ 10 ປະເທດອາຟຣິກາເໜືອ ທີ່ມີພື້ນຖານເສດຖະກິດພັດທະນາ, ມີທັດສະນີຍະພາບສວຍງາມຫຼາຍແຫ່ງທີ່ມີຊື່ສຽງຢູ່ໃນໂລກ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Najib El Khadi, ເລຂາທິການໃຫຍ່ສະພາຕໍ່າມາຣົກ, ປະທານສະມາຄົມເລຂາທິການໃຫຍ່ລັດຖະສະພາໂລກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ: ຫວຽດນາມ ແລະ ມາຣົກ ມີການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານ; ເນັ້ນໜັກວ່າ ການຮ່ວມມືລັດຖະສະພາແມ່ນການຮ່ວມມືທີ່ມີປະສິດທິຜົນໃນການພົວພັນສອງປະເທດ. ສະພາແຫ່ງຊາດສອງປະເທດໄດ້ຮັກສາການແລກປ່ຽນຄະນະຜູ້ແທນ, ບັນດາການພົບປະຂັ້ນສູງ ແລະການຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍລະຫວ່າງລັດຖະສະພາໂລກ ແລະພາກພື້ນ. ສະພາແຫ່ງຊາດຂອງສອງປະເທດໄດ້ລົງນາມໃນສັນຍາຮ່ວມມືປີ 2017. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍກວດກາ ແລະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ເຮັດໃຫ້ການພົວພັນລັດຖະສະພາເລິກເຊິ່ງກວ່າອີກ, ຕັ້ງໜ້າແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກຸ່ມສະມາຊິກລັດຖະສະພາມິດຕະພາບ; ເພີ່ມທະວີການແລກປ່ຽນບົດຮຽນປະສົບການທີ່ດີ, ແລະລ້ຳຄ່າຂອງສະພາແຫ່ງຊາດສອງປະເທດໃນທຸກຂົງເຂດການເຄື່ອນໄຫວກວ່າອີກ, ພິເສດແມ່ນດ້ານນິຕິບັນຍັດ, ສະໜັບສະໜູນເຊິ່ງກັນ ແລະກັນໃນເວທີປາໄສຫຼາຍຝ່າຍ...

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕີລາຄາສູງທ່ານເລຂາທິການໃຫຍ່ Najib El Khadi ແລະບັນດາສະມາຊິກໃນຄະນະໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂອງສະພາແຫ່ງຊາດຫວຽດນາມ ແລະຈະມີການເຈລະຈາກັບທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍແລກປ່ຽນບົດຮຽນໃນການຈັດຕັ້ງວຽກງານ ແລະການເຄື່ອນໄຫວຂອງກົງຈັກຊ່ວຍວຽກຂອງອົງການນິຕິບັນຍັດສອງປະເທດ ຈາກນັ້ນຊຸກຍູ້ການຮ່ວມມືລັດຖະສະພາ; ພ້ອມທັງ, ປາດຖະໜາວ່າ ໃນຖານະຕຳແໜ່ງເປັນປະທານສະມາຄົມເລຂາທິການໃຫຍ່ລັດຖະສະພາໂລກ, ທ່ານ Najib El Khadi ຈະຊຸກຍູ້ການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາປະເທດຕ່າງໆກັບຫວຽດນາມ.

ໂດຍ: ຈາງຫງວຽນ