ທີ່ການຕ້ອນຮັບ, ສະຫາຍ ເລືອງເກື່ອງ ຢືນຢັນວ່າ, ພັກ ແລະລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບສາທາລະນະລັດ Dominicana, ກັບບັນດາພັກການເມືອງຢູ່ Dominicana, ໃນນັ້ນ ມີພັກ MIU.

ສະຫາຍ ເລຂາທິການໃຫຍ່ Miguel Mejia ຕີລາຄາສູງທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງຫວຽດນາມ ໃນເຄິ່ງອາຍຸການຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ໂດຍສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ນໍາໜ້າ.

leftcenterrightdel
 
leftcenterrightdel
ສະຫາຍ ເລືອງເກື່ອງ ຕ້ອນຮັບສະຫາຍເລຂາທິການໃຫຍ່ Miguel Mejia. ພາບ: ຄະນະພົວພັນຕ່າງປະເທດສູນກາງ

ສະຫາຍເລຂາທິການໃຫຍ່ Miguel Mejia ແລະສະຫາຍ ເລືອງເກື່ອງ ຢືນຢັນວ່າ: ຍາມໃດກໍ່ຖືເປັນສຳຄັນການເປີດກວ້າງການຮ່ວມມືຮອບດ້ານການພົວພັນ, ຂຸດຄົ້ນທ່າໄດ້ປຽບ ແລະຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງ 2 ປະເທດເປັນຢ່າງດີ, ຊຸກຍູ້ການຫັນຄວາມສາມາດບົ່ມຊ້ອນຮ່ວມມືໃຫ້ປະກົດຜົນເປັນຈິງ, ໂດຍສະເພາະແມ່ນຂົງເຂດນ້ຳມັນອາຍແກັດ ແລະໂທລະຄົມມະນາຄົມ; ສະເໜີໃຫ້ສອງຝ່າຍຜັນຂະຫຍາຍຂໍ້ຕົົກລົງຮ່ວມມືລະຫວ່າງສອງພັກຢ່າງມີປະສິດທິຜົນ; ສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍບັນດາຂໍ້ລິເລີ່ມ ແລະຂໍ້ສະເໜີຮ່ວມມືໃໝ່ຢ່າງມີຈຸດສຸມ, ສອດຄ່ອງກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງສະພາບຕົວຈິງ.

ກ່ອນໜ້ານັ້ນ, ຄະນະຜູ້ແທນຂັ້ນສູງ MIU ໄດ້ມີການພົບປະກັບຄະນະຜູ້ແທນຂັ້ນສູງຂອງພັກກອມມູນິດຫວຽດນາມ ໂດຍສະຫາຍ ເລຮວ່າຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ນໍາໜ້າ. 2 ຝ່າຍໄດ້ສຸມໃສ່ແລກປ່ຽນບັນດາຈຸດໃຫຍ່ກ່ຽວກັບສະພາບການຂອງສອງພັກ, ສອງລັດ ແລະບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ກຳນົດຈຸດສຸມຕົ້ນຕໍໃນການຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ; ການສົມທົບລະຫວ່າງສອງພັກໃນການປັບປຸງພື້ນຖານການເມືອງ, ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງລະຫວ່າງສອງປະເທດ; ຕັ້ງໜ້າສະໜັບສະໜູນ ແລະໜູນຊ່ວຍເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍພັກການເມືອງສາກົນ.

ໂດຍ: ທະນາພອນ