ອັດກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ XIII
ກປ.ອອນໄລ - ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ XIII ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 3 ວັນ.
ໂດຍເປັນປະທານ ແລະກ່າວຄຳເຫັນອັດກອງປະຊຸມ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໄດ້ເນັ້ນໜັກວ່າ ກອງປະຊຸມບັນລຸໄດ້ຄວາມເຫັນດີເປັນເອກະພາບຢ່າງສູງ ກ່ຽວກັບແນວຄິດຊີ້ນໍາ, ການກຳນົດທິດສ້າງໂຄງການ ແລະ ຮ່າງເອກະສານສະບັບຕ່າງໆໃຫ້ສົມບູນແບບເພື່ອສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ.
    |
 |
ບັນຍາກາດທີ່ພິທີອັດກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຊຸດທີ XIII. ພາບ: vov.vn |
ທ່ານເລຂາທິການໃຫຍ່ ກໍຖືວ່າ ມີຫຼາຍຄຳເຫັນຊີ້ນຳສຳຄັນສຳລັບຂໍ້ສະເໜີແນະຂອງບັນດາອະນຸຄະນະກໍາມະການ, ທ່ານເນັ້ນໜັກວ່າ ຮ່າງເອກະສານສະບັບຕ່າງໆ ຕ້ອງກະກຽມໃຫ້ສົມກັບການສະເໜີຕໍ່ກອງປະຊຸມໃຫຍ່ຢ່າງແທ້ຈິງ, ອັນໄດ້ສະແດງໃຫ້ເຫັນເຈດຈຳນົງ ແລະ ກຳລັງແຮງບືນຕົວຂຶ້ນຂອງປະເທດຊາດ, ກຳນົດແຜນນະໂຍບາຍຢ່າງຖືກຕ້ອງ, ກຳນົດ ແລະມີນະໂຍບາຍຊີ້ຂາດໃຫຍ່ຕ່າງໆ ແລະ ຮັບປະກັນການປະຕິບັດພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ຄົບຊຸດຂອງປະເທດ ໃຫ້ສຳເລັດຜົນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກຕື່ມອີກວ່າ:
“ຕ້ອງສຸມໃສ່ບັນດາເນື້ອໃນຫຼັກແຫຼ່ງທີ່ສຸດ ແລະລະອຽດກວ່າ, ເຊັ່ນ: ກໍ່ສ້າງ ແລະ ປະຕິບັດກົນໄກ, ນະໂຍບາຍຢ່າງຄົບຊຸດເພື່ອຊຸກຍູ້ການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ສົ່ງເສີມຈິດໃຈກ້າຄິດ, ກ້າທຳ, ກ້າຮັບຜິດຊອບ, ກ້າພັດທະນາຢ່າງບຸກທະລຸ; ປ່ຽນແປງໃໝ່ວຽກງານບຸກຄະລາກອນ ໂດຍພື້ນຖານ, ຮອບດ້ານ, ບຳລຸງສ້າງ, ພັດທະນາ, ຖືເປັນສຳຄັນໃນການນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ ແລະ ສ້າງໂຄງປະກອບພື້ນຖານໂຄງລ່າງຮັບໃຊ້ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຫັນປ່ຽນພະລັງງານ, ເພື່ອສ້າງການພັດທະນາໃໝ່ຢ່າງບຸກທະລຸ”.
ໂດຍ: ກວຽດເຕິມ