ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເຂົ້າຮ່ວມພິທີເປີດງານບຸນດອກຝາງແດງ - ຫາຍຟ່ອງ 2024
ກປ.ອອນໄລ - ຕອນຄ່ຳວັນທີ 11 ພຶດສະພາ, ຢູ່ສະໜາມຫຼວງສູນການເມືອງ-ບໍລິຫານ, ເຂດຕົວເມືອງໃໝ່ທາງທິດເໜືອຂອງແມ່ນ້ຳເກີ໊ມ (ເມືອງ ຖຸຍຫງຽນ, ນະຄອນ ຫາຍຟ່ອງ) ໄດ້ດຳເນີນພິທີເປີດງານບຸນດອກຝາງແດງ - ຫາຍຟ່ອງ 2024 ແລະ ຮັບໃບຢັ້ງຢືນຮັບຮອງເອົາ ອ່າວຮະລອງ (ແຂວງ ກວາງນິງ) - ໝູ່ເກາະ ກາດບ່າ (ນະຄອນ ຫາຍຟ່ອງ) ເປັນມໍລະດົກທໍາມະຊາດໂລກ ລະຫວ່າງແຂວງ-ນະຄອນແຫ່ງທຳອິດ ຢູ່ຫວຽດນາມ.
ກ່າວຄຳເຫັນທີ່ພິທີໄຂງານບຸນ, ທ່ານ ຫງວຽນວັນຕຸ່ງ ປະທານຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງນະຄອນຫາຍຟ່ອງ - ເຊິ່ງແມ່ນເຂດດ່ານໜ້າທີ່ປະເຊີນກັບຄື້ນທະເລ ແລະພາຍຸລົມແດງ ເພື່ອປົກປັກຮັກສາປະເທດຊາດ, ນະຄອນແຫ່ງ “ຄວາມອົງອາດກ້າຫານ - ເດັດຂາດມີໄຊ". ປະຈຸບັນ, ເສດຖະກິດຂອງນະຄອນ ຍາມໃດກໍ່ພັດທະນາຢ່າງແຂງແຮງ ແລະບຸກທະລຸ, ຄ່າສະເລ່ຍ GRDP ບັນລຸ 12,7%/ປີ ຕໍ່ເນື່ອງເປັນເວລາ 9 ປີ.
    |
 |
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ແລະບັນດາຜູ້ແທນເຂົ້າຮ່ວມພິທີເປີດງານບຸນດອກຝາງແດງ 2024. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ ຫງວຽນວັນຕຸ່ງ ຢືນຢັນວ່າ: Festival ງານບຸນດອກຝາງແດງ - ຫາຍຟ່ອງ 2024 ແມ່ນມີຂີດໝາຍພິເສດ ເພາະວ່ານະຄອນ ຫາຍຟ່ອງ ແລະ ແຂວງ ກວາງນິງ ພ້ອມກັນໄດ້ຮັບໃບຢັ້ງຢືນຈາກ UNESCO ທີ່ຮັບຮອງອ່າວ ຮະລອງ - ໝູ່ເກາະ ກາດບ່າ ເປັນມໍລະດົກທໍາມະຊາດໂລກ ລະຫວ່າງແຂວງແຫ່ງທໍາອິດຂອງຫວຽດນາມ. ຫາຍຟ່ອງ ແລະກວາງນິງ ຈະສ້າງໂຄງການດໍາເນີນງານເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກອ່າວ ຮະລອງ - ໝູ່ເກາະ ກາດບ່າ ຢ່າງສຸດຂີດ. ໄປຄຽງຄູ່ກັບການພັດທະນາເສດຖະກິດ, ຫາຍຟ່ອງ ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງໂຄງການທາງດ້ານວັດທະນະທຳ, ຮາກຖານດ້ານຈິດວິນຍານ, ຄວາມເຊື່ອຖື, ເຫຼື້ອມໃສສາສະໜາທີ່ມີຄຸນຄ່າໃຫ້ຄົນລຸ້ນຫຼັງ.
    |
 |
ລາຍການສະແດງສິລະປະ ທີ່ພິທີເປີດງານບຸນດອກຝາງແດງ 2024. ພາບ: ສໍານັກຂ່າວສານຫວຽດນາມ |
ໃນງານບຸນ, ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ ໄດ້ມອບໃບຢັ້ງຢືນຮັບຮອງ ອ່າວຮະລອງ (ແຂວງ ກວາງນິງ) - ໝູ່ເກາະ ກາດບ່າ (ນະຄອນ ຫາຍຟ່ອງ) ເປັນມໍລະດົກທຳມະຊາດໂລກ ໃຫ້ແກ່ການນຳນະຄອນ ຫາຍຟ່ອງ ແລະ ແຂວງ ກວາງນິງ.
ໂດຍ: ທູຈາງ