ກ່າວຄຳເຫັນທີ່ເຫດການ, ທ່ານປະທານ VUFO ຟານແອງເຊີນ ຢືນຢັນວ່າ: ໃນໄລຍະປະຕິບັດໜ້າທີ່ການທູດຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Abdelhamid Boubazine ໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອານເຊຣີ ໃນບັນດາຂົງເຂດການເມືອງ, ການທູດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ... ທ່ານເອກອັກຄະລັດຖະທູດ Abdelhamid Boubazine ໄດ້ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ອານເຊຣີ ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອານເຊຣີ (28-10-1962 / 28-10-2022), ງານວາງສະແດງຮູບພາບກ່ຽວກັບການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟານແອງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະທ່ານເອກອັກຄະລັດຖະທູດ Abdelhamid Boubazine. ພາບ: ງອກທື.

ໃນຂົງເຂດການສຶກສາ, ທ່ານເອກອັກຄະລັດຖະທູດ ໄດ້ມານະພະຍາຍາມຊຸກຍູ້ການລົງນາມໃນບົດບັນທຶກຊ່ວຍຈໍາລະຫວ່າງສະຖາບັນການທູດຫວຽດນາມ ແລະສະຖາບັນການທູດ ແລະການພົວພັນສາກົນ ອານເຊຣີ. ທ່ານເອກອັກຄະລັດຖະທູດ ກໍ່ແມ່ນຂົວເຊື່ອມຕໍ່ກະທົບໂດຍກົງເພື່ອໃຫ້ການລົງນາມໃນສັນຍາແຮກສ່ຽວລະຫວ່າງແຂວງ Batna (ອານເຊຣີ) ແລະແຂວງ ດ້ຽນບຽນ (ຫວຽດນາມ) ປະສົບຜົນສໍາເລັດ, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການທູດປະຊາຊົນລະຫວ່າງສອງແຂວງເວົ້າສະເພາະ ແລະ ການພົວພັນລະຫວ່າງສອງປະເທດເວົ້າລວມ.

ທ່ານເອກອັກຄະລັດຖະທູດ Abdelhamid Boubazine ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ”, ທ່ານແບ່ງປັນຄວາມສະໜິດຕິດພັນ ແລະຄວາມຊົງຈຳທີ່ດີງາມໃນໄລຍະ 2 ກວ່າປີທີ່ເຮັດວຽກຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາວ່າ ການພົວພັນລະຫວ່າງຄົນກັບຄົນແມ່ນປັດໄຈສຳຄັນໃນການພົວພັນຫວຽດນາມ - ອານເຊຣີ, ພ້ອມທັງຢືນຢັນວ່າ ບໍ່ວ່າໃນທຸກຖານະຕຳແໜ່ງວຽກງານໃດ ທ່ານຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ - ອານເຊຣີ 

ໂດຍ: ຈາງຫງວຽນ