ນີ້ແມ່ນການເຄື່ອນໄຫວທຳອິດຂອງທ່ານຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ໃນການຢ້ຽມຢາມມິດຕະພາບສາທາລະນະລັດ Bolivarian ເວເນຊູເອລາຢ່າງເປັນທາງການ ແຕ່ວັນທີ 17 – 19 ເມສາ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ວາງພວງມາລາອາໄລຫາປະທານໂຮ່ຈີມິນ ທີ່ອະນຸສາວະລີໂຮ່ຈີມິນ ຢູ່ຖະໜົນ Simon Bolivar, ນະຄອນຫຼວງ Caracas. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ເນັ້ນໜັກວ່າ: ປະທານໂຮ່ຈີມິນ ແມ່ນວິລະຊົນປົດປ່ອຍຊາດຫວຽດນາມ ໃນສະຕະວັດທີ XX, ຜູ້ສ້າງຕັ້ງພັກກອມມູນິດຫວຽດນາມ, ຜູ້ກໍ່ຕັ້ງປະເທດຫວຽດນາມ, ແມ່ນລັດຖະມົນຕີການຕ່າງປະເທດຜູ້ທໍາອິດຂອງຫວຽດນາມ ທີ່ໄດ້ຮັບການເຊີດຊູຈາກອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທໍາ (UNESCO).

ທ່ານຮອງນາຍົກລັດຖະມົນຕີ ຖືວ່າ, ຄະນະຜູ້ແທນຫວຽດນາມ ຢ້ຽມຢາມເວເນຊູເອລາ ຄັ້ງນີ້ເພື່ອແນໃສ່ເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືກັບເວເນຊູເອລາຢ່າງເລິກເຊິ່ງກວ່າ, ປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື, ພັດທະນາ ແລະຄວາມຄືບໜ້າຂອງສອງຊາດ ແລະໂລກ. ນີ້ກໍແມ່ນຄວາມຄິດຂອງປະທານໂຮ່ຈີມິນ ເມື່ອປະກາດ “ຫວຽດນາມ ຢາກເປັນເພື່ອນກັບປະເທດປະຊາທິປະໄຕ ແລະບໍ່ກໍ່ຄວາມອາຄາດບາດໝາງກັບຜູ້ໃດ” ໃນຖະແຫຼງການປະກາດເອກະລາດເມື່ອປີ 1945.

ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ໄດ້ຂອບອົກຂອບໃຈລັດຖະບານເວເນຊູເອລາ ແລະອົງການປົກຄອງນະຄອນ Caracas, ພັກ PSUV, ກຳລັງການເມືອງ, ສັງຄົມ ແລະປະຊາຊົນທີ່ໄດ້ສະໜັບສະໜູນການກໍ່ສ້າງ ແລະຮັກສາອານຸສາວະລີປະທານໂຮ່ຈີມິນ ຢູ່ທີ່ນີ້.

ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດເວເນຊູເອລາ Tatiana Pugh Moreno ຢືນຢັນວ່າ: ເວເນຊູເອລາ ເຄົາລົບນັບຖືຮູບພາບ, ພາລະກິດ ແລະມໍລະດົກຂອງປະທານໂຮ່ຈີມິນ. ຮູບພາບລຸງໂຮ່ແມ່ນສັນຍາລັກອັນຍິ່ງໃຫຍ່ຂອງຊາດຫວຽດນາມ ວິລະຊົນ, ອົງອາດກ້າຫານ.

ທ່ານຮອງລັດຖະມົນຕີການຕ່າງປະເທດເວເນຊູເອລາ ຢືນຢັນຄືນໃໝ່ນ້ຳໃຈສາມັກຄີ ແລະຄວາມເຂົ້າໃຈຂອງປະຊາຊົນ ເວເນຊູເອລາ ທີ່ມີຕໍ່ຫວຽດນາມ; ສະແດງຄວາມປາດຖະໜາວ່າການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງຂຽວສົດງົດງາມ ແລະໝັ້ນຄົງໃນອະນາຄົດ.

ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນລືວກວາງ ໄດ້ລົງຢ້ຽມຢາມ ແລະໂອ້ລົມຢ່າງສະໜິດສະໜົມກັບບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ.

ໂດຍ: ໄຊນີດາ