ທີ່ການພົບປະ, ທ່ານ ໂດວັນຈ໊ຽນ ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຮັບຊາບກ່ຽວກັບໝາກຜົນການຮ່ວມມືລະຫວ່າງ 2 ອົງການແນວໂຮມປະເທດຊາດ ຫວຽດນາມ ແລະແນວລາວສ້າງຊາດ ໃນໄລຍະຜ່ານມາ ແລະໝາກຜົນຂອງກອງປະຊຸມຄັ້ງທີ 5 ຂອງປະທານແນວໂຮມປະເທດຊາດສາມປະເທດກຳປູເຈຍ-ລາວ-ຫວຽດນາມ ທີ່ໄດ້ດຳເນີນກ່ອນໜ້ານັ້ນ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ໂດວັນຈ໊ຽນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. ພາບ: baochinhphu.vn

ຕາມທ່ານ ໂດວັນຈ໊ຽນ ແລ້ວ, ເມື່ອສິ້ນສຸດກອງປະຊຸມ, 3 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບໂຄງການຮ່ວມມືໄລຍະ 2024-2027; ຢືນຢັນວ່າ ໃນໄລຍະຈະມາເຖິງ, 3 ອົງການແນວໂຮມຈະສຸມໃສ່ສົມທົບກັນຜັນຂະຫຍາຍປະຕິບັດບັນດາເນື້ອໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມຢ່າງມີປະສິດທິຜົນ, ໃນນັ້ນ ເອົາໃຈໃສ່ເພີ່ມທະວີການຮ່ວມມືດ້ານວິຊາສະເພາະ ແລະແລກປ່ຽນປະສົບການໃນການປະຕິບັດງານ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມປະຊາຊົນ, ໂດຍສະເພາະ ແມ່ນລຸ້ນໜຸ່ມກ່ຽວກັບນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງກຳປູເຈຍ-ລາວ-ຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຊົມເຊີຍ ແລະຕີລາຄາສູງຕໍ່ໝາກຜົນການເຮັດວຽກລະຫວ່າງ 3 ອົງການແນວໂຮມຂອງ 3 ປະເທດ, ຢືນຢັນວ່າຈະປະກອບສ່ວນເຮັດໃຫ້ສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ-ກຳປູເຈຍ ເລິກເຊິ່ງກວ່າອີກ.

ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສອງອົງການແນວລາວສ້າງຊາດ  ແລະແນວໂຮມປະເທດຊາດຫວຽດນາມ ເວົ້າສະເພາະ ແລະ 3 ອົງການແນວໂຮມລາວ - ກໍາປູເຈຍ - ຫວຽດນາມ ເວົ້າລວມຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສົບການ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອເພີ່ມທະວີການພົວພັນລະຫວ່າງສາມອົງການແນວໂຮມເວົ້າສະເພາະ ແລະການພົວພັນລະຫວ່າງ 3 ປະເທດເວົ້າລວມ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຊົມເຊີຍຂໍ້ລິເລີ່ມຂອງກົນໄກໝູນວຽນ ເພື່ອຈັດຕັ້ງກອງປະຊຸມປະທານແນວໂຮມ 3 ປະເທດ ພ້ອມກັບກົນໄກພົບປະປະຈຳປີລະຫວ່າງການນຳຂອງພັກ ແລະລັດຖະບານ 3 ປະເທດ.

ໂດຍ: ກວຽດເຕີມ