ທີ່ການພົບປະ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ, ໃນໄລຍະຜ່ານມາ, 6 ທິດທາງການຮ່ວມມືໃຫຍ່ລະຫວ່າງສອງປະເທດໄດ້ຮັບການຜັນຂະຫຍາຍ ແລະໄດ້ຮັບໝາກຜົນໃນເບື້ອງຕົ້ນຢ່າງຕັ້ງໜ້າ. ການພົບປະແລກປ່ຽນ, ການພົບປະຂັ້ນສູງ ແລະທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຂອງສອງປະເທດໄດ້ຮັບການຜັນຂະຫຍາຍ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ. ສອງຝ່າຍເຫັນດີເປັນເອກະພາບຮັກສາການພົບປະແລກປ່ຽນ, ການພົບປະຂັ້ນສູງເປັນປະຈຳຕາມຮູບການທີ່ມີໄຫວພິບ; ຜັນຂະຫຍາຍຄວາມຮັບຮູ້ລວມຂັ້ນສູງໃນການເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບການພົວພັນມິດຕະພາບ ຫວຽດນາມ - ຈີນ ກໍ່ຄືຜົນງານຂອງການປ່ຽນແປງໃໝ່, ການປະຕິຮູບເປີດປະຕູຂອງແຕ່ລະປະເທດ, ເພີ່ມທະວີຄວາມເຂົ້າໃຈ ແລະນໍ້າໃຈມິດຕະພາບເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ, ພິເສດແມ່ນຮຸ່ນໜຸ່ມ; ເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາຂອບເຂດຫຼາຍຝ່າຍ.

leftcenterrightdel
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານ Xiong Bo ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງຝ່າຍ, ໃນນັ້ນມີການຢ້ຽມຢາມຂອງການນຳຂັ້ນສູງ ແລະບັນດາອົງການນິຕິບັນຍັດຂອງສອງປະເທດໃນໄລຍະຈະມາເຖິງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ, ດ້ວຍອາລົມຈິດ, ບົດຮຽນປະສົບການ, ຄວາມເຂົ້າໃຈກ່ຽວກັບຫວຽດນາມ ແລະການພົວພັນລະຫວ່າງສອງປະເທດ, ທ່ານເອກອັກຄະລັດຖະທູດ Xiong Bo ຈະສືບຕໍ່ເປັນຂົວຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດຄວາມຮັບຮູ້ລວມຂອງຜູ້ນໍາຂັ້ນສູງເປັນຢ່າງດີ; ຫັນບັນດາຜົນງານໃໝ່, ເນື້ອໃນໃໝ່ຂອງການພົວພັນຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃຫ້ປະກົດເປັນຈິງ, ນຳການພົວພັນລະຫວ່າງສອງພັກ, ສອງປະເທດໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ດີງາມ ແລະຍືນຍົງຍາວນານ.

ໂດຍ: ຈາງຫງວຽນ