ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດກ່ຽວກັບວຽກງານຈຸດສຸມຂອງສອງພັກໃນໄລຍະມໍ່ໆມານີ້; ກວດກາຄືນການພົວພັນຮ່ວມມື, ທິດທາງແຜນການສັງລວມ ແລະວຽກງານຈຸດສຸມຕົ້ນຕໍໃນການພົວພັນລະຫວ່າງສອງຝ່າຍ.

leftcenterrightdel
ສະຫາຍ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ແລະຜູ້ແທນເຂົ້າຮ່ວມການພົບປະເຈລະຈາຜ່ານລະບົບທາງໄກກັບສະຫາຍ Emilio Lozada Garcia ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດກູບາ. ພາບ: ທຸ່ຍລິງ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ສອງສະຫາຍ ໄດ້ຕີລາຄາການສົມທົບກັນຢ່າງຕັ້ງໜ້າລະຫວ່າງສອງອົງການໃນໜ້າທີ່ການເມືອງລວມ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບແບບພິເສດ ແລະຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ ກໍ່ຄືຜົນສຳເລັດຂອງບັນດາການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍທີ່ສໍາຄັນໃນປີ 2023, ເປັນຕົ້ນແມ່ນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນຜູ້ນໍາ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ ແລະກອງປະຊຸມສໍາມະນາທິດສະດີ ຄັ້ງທີ V ລະຫວ່າງສອງພັກ.

ສອງຝ່າຍເຫັນດີເປັນເອກະພາບເສີມຂະຫຍາຍບົດບາດໃນວຽກງານເສນາທິການ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ; ເຫັນດີສືບຕໍ່ສົມທົບກັນຊຸກຍູ້ການແກ້ໄຂບັນດາຂໍ້ຕິດຂັດ ເພື່ອເພີ່ມທະວີການຮ່ວມມືດ້ານການຄ້າ, ການຜະລິດ ແລະການລົງທຶນລະຫວ່າງສອງປະເທດ; ສ້າງເງື່ອນໄຂໃຫ້ວິສາຫະກິດຂອງສອງປະເທດເຄື່ອນໄຫວນັບມື້ນັບມີປະສິດທິຜົນ, ພິເສດແມ່ນໃນຂົງເຂດກະສິກຳ.

ສະຫາຍ ເລຮວ່າຍຈູງ ແບ່ງປັນຕໍ່ຄວາມຫຍຸ້ງຍາກເຊິ່ງປະຊາຊົນກູບາ ຕ້ອງປະເຊີນໜ້າ ແລະເຊື່ອໝັ້ນວ່າ ກູບາ ຈະຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍໃນປະຈຸບັນ; ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດປະຕິວັດອັນຊອບທຳຂອງພັກ, ລັດ ແລະປະຊາຊົນກູບາ ອ້າຍນ້ອງ.

ໂດຍ: ເຈິ່ນຮວ່ຽນ