ຖະຫວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ຢູ່ສະຖານທີ່ທີ່ຫ່າງຈາກບ້ານເກີດເມືອງນອນເຄິ່ງໂລກ, ທ່ານ ຟ້າມມິງຈີ້ງ ຮູ້ສຶກສະເທືອນໃຈເມື່ອອີກເທື່ອໜຶ່ງຢືນຢູ່ຕໍ່ໜ້າອະນຸສອນສະຖານກ່ຽວກັບຊີວິດ, ພາລະກິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ; ພ້ອມທັງສະແດງຄວາມຂອບໃຈຕໍ່ອາລົມຈິດທີ່ປະຊາຊົນ, ປະເທດບຣາຊິນ ໄດ້ສະຫງວນໃຫ້ແກ່ປະທານ ໂຮ່ຈີມິນ, ກໍຄືຫວຽດນາມ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ຖະຫວາຍດອກໄມ້ທີ່ປ້າຍລະລຶກປະທານໂຮ່ຈິມິນ ຢູ່ Rio de Janeiro. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມມິງຈີ້ງ ເຊື່ອໝັ້ນວ່າ ດ້ວຍການພົວພັນອັນດີງາມລະຫວ່າງສອງຊາດໃນການເດີນທາງຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດ, ຄົນຮຸ່ນໃນປະຈຸບັນ ແລະອະນາຄົດຂອງສອງປະເທດ ຈະສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າ, ມໍລະດົກທີ່ປະທານ ໂຮ່ຈີມິນ ຜູ້ນໍາທີ່ຍິ່ງໃຫຍ່ ແລະຄົນຮຸ່ນກ່ອນໄດ້ປະໄວ້, ພ້ອມກັນຕັດສິນໃຈຊຸກຍູ້ການພົວພັນ ຫວຽດນາມ - ບຣາຊິນ ໃຫ້ຂຶ້ນສູ່ລະດັບສູງໃໝ່, ເພື່ອສັນຕິພາບ ແລະການຮ່ວມມືພັດທະນາ, ເພື່ອຊີວິດທີ່ອີ່ມໜໍາສໍາລານ, ຜາສຸກຂອງປະຊາຊົນແຕ່ລະປະເທດ, ແຕ່ລະພາກພື້ນ ແລະໃນໂລກ, ຄືດັ່ງທີ່ປະທານ ໂຮ່ຈີມິນ ຄາວຍັງມີຊີວິດຢູ່ປາດຖະໜາ.

leftcenterrightdel
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຖະຫວາຍດອກໄມ້ອາໄລຫາປະທານໂຮ່ຈີມິນ ຢູ່ທີ່ປ້າຍລະລຶກປະທານໂຮ່ຈິມິນ ຢູ່ Rio de Janeiro. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ໃນການເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະບັນດາການເຄື່ອນໄຫວສອງຝ່າຍຢູ່ບຣາຊິນ ເມື່ອເດືອນພະຈິກ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມ ແລະຕັດແຖບຜ້າເປີດນໍາໃຊ້ປ້າຍລະນຶກປະທານ ໂຮ່ຈີມິນ ຢູ່ນະຄອນ Rio de Janeiro ເພື່ອລະນຶກເຫດການເມື່ອປີ 1912, ໃນການເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ປະທານ ໂຮ່ຈີມິນ ໄດ້ເຮັດວຽກໃນກໍາປັ່ນລໍາໜຶ່ງຂອງຝຣັ່ງ ແລະຖືກເຈັບເປັນ, ກະເລີຍວ່າ ຕ້ອງລົງທ່າເຮືອ Rio de Janeiro ເພື່ອປິ່ນປົວພະຍາດ.

ໃນຊຸມວັນຢູ່ທ່າເຮືອ Rio de Janeiro, ປະທານໂຮ່ຈີມິນ ໄດ້ສ້າງຕັ້ງການພົວພັນອັນສະໜິດສະໜົມກັບຂະບວນການກໍາມະກອນສະຫະພັນກໍາມະບານ Porto ຂອງ Brazil. ດ້ວຍເຫດການນີ້, ປະທານໂຮ່ຈີມິນ ໄດ້ຕັ້ງພື້ນຖານໃຫ້ແກ່ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດນັບແຕ່ຕົ້ນສະຕະວັດທີ XX. ໃນໄລຍະ 35 ກວ່າປີ, ການພົວພັນທາງການທູດ ຫວຽດນາມ - ບຣາຊິນ ໄດ້ພັດທະນາອັນດີງາມ. ສອງປະເທດ ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ໃນປີ 2024.

ໂດຍ: ໄຊຊະນະ