leftcenterrightdel
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ຕອນຄ່ຳວັນທີ 2 ກໍລະກົດ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ສົນທະນາທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີອາເມລິກາ. ການນຳສອງທ່ານ ໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ໃນນັ້ນມີເນື້ອໃນປຶກສາຫາລືກ່ຽວກັບການຄ້າຕອບໂຕ້.

ທີ່ການສົນທະນາທາງໂທລະສັບ, ທ່ານ ໂຕເລິມ ໄດ້ຕີລາຄາສູງຄວາມເອົາໃຈໃສ່ຂອງທ່ານປະທານາທິບໍດີ Donald Trump ທີ່ມີຕໍ່ຫວຽດນາມ ແລະການພົວພັນລະຫວ່າງສອງປະເທດ. ສ່ວນຂໍ້ມູນທາງການກ່ຽວກັບການສົນທະນາທາງໂທລະສັບລະຫວ່າງທ່ານ ໂຕເລິມ ເລຂາທິການໃຫຍ່ ແລະທ່ານ Donald Trump ປະທານາທິບໍດີອາເມລິກາ ໂດຍສື່ມວນຊົນຫວຽດນາມ ໄດ້ລົງຂ່າວຢ່າງຄົບຖ້ວນ.

ປັດຈຸບັນ, ຄະນະເຈລະຈາຫວຽດນາມ ແລະອາເມລິກາ ພວມສົມທົບກັນແລກປ່ຽນເພື່ອແນໃສ່ຫັນເນື້ອໃນສົນທະນາຂອງການນຳຂັ້ນສູງສອງປະເທດໃຫ້ເປັນລະອຽດ.

ໂດຍ: ໄຊຊະນະ