ຫວຽດນາມ ແລະ ເຢຍລະມັນ ເຊັນຖະແຫຼງການຮ່ວມກ່ຽວກັບການສ້າງຄູ່ຮ່ວມມືພະລັງງານ
ກປ.ອອນໄລ - ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.
ຕອນບ່າຍວັນທີ 3 ກໍລະກົດ, ຢູ່ນະຄອນຫຼວງ ແບັກລິນ, ເຢຍລະມັນ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ຫງວຽນຮ່ວາງລອງ ແລະທ່ານລັດຖະມົນຕີກະຊວງເສດຖະກິດ ແລະພະລັງງານ ສະຫະພັນເຢຍລະມັນ Stefan Rouenhoff ໄດ້ເຊັນຖະແຫຼງການຮ່ວມສ້າງຕັ້ງຄູ່ຮ່ວມມືພະລັງງານ ຫວຽດນາມ - ເຢຍລະມັນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດ ຫວຽດນາມ.
    |
 |
ພິທີລົງນາມລະຫວ່າງສອງປະເທດ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມນັ້ນແລ້ວ, ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ ແລະໜູນຊ່ວຍການລົບລ້າງທາດກາກບອນສຳລັບບັນດາຂະແໜງຍາກທີ່ຈະຫຼຸດຜ່ອນການປ່ອຍອາຍພິດ. ທ່ານຮອງລັດຖະມົນຕີ ຫງວຽນຮ່ວາງລອງ ໃຫຮູ້ວ່າ:
ການລົງນາມຂໍ້ຕົກລົງຮ່ວມມືສ້າງການພົວພັນຄູ່ຮ່ວມມືພະລັງງານ ກັບ ເຢຍລະມັນໄດ້ຍົກລະດັບການພົວພັນສອງຝ່າຍໃນຂົງເຂດພະລັງງານ ແລະອຸດສາຫະກຳ. ຜ່ານນັ້ນ ເປີດຂອບເຂດການຮ່ວມມືໃໝ່, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດ ເຢຍລະມັນ ເຂົ້າມາລົງທຶນ, ດຳເນີນທຸລະກິດ ແລະຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ຖ່າຍທອດເຕັກໂນໂລຢີກັບບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານພິເສດແມ່ນພະລັງງານທົດແທນ.
ໂດຍ: ກວຽດເຕິມ