leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ. ພາບ: nhandan.vn

ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ ໄດ້ປະຕິບັດຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Lula da Silva.

ນີ້ແມ່ນຄັ້ງທຳອິດທີ່ຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະເທດຄູ່ຮ່ວມມືທີ່ກອງປະຊຸມສຸດຍອດ BRICS, ເຊິ່ງເປັນກົນໄກຫຼາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະນັບມື້ນັບສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ, ນັບທັງດ້ານເສດຖະກິດ ແລະການເມືອງ. ເລື່ອງຫວຽດນາມ ເປັນປະເທດຄູ່ຮ່ວມມືຂອງ BRICS ກໍຄືເຂົ້າຮ່ວມກອງປະຊຸມສຸດຍອດໄດ້ຢັ້ງຢືນບົດບາດ ແລະການປະກອບສ່ວນຢ່າງມີຄວາມຮັບຜິດຊອບຢູ່ບັນດາກົນໄກຫຼາຍຝ່າຍ, ຊຸກຍູ້ຄວາມສາມັກຄີສາກົນ, ກໍຄືເຮັດໃຫ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະບັນດາປະເທດສະມາຊິກ BRICS ເລິກເຊິ່ງຂຶ້ນຕື່ມ.

ແຫຼ່ງຄັດຈາກ: vovworld.vn