ການນຳສອງທ່ານເນັ້ນໜັກເຖິງຄວາມສຳຄັນຂອງການສ້າງກຳລັງໜູນໃໝ່ ເພື່ອນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ນັບມື້ນັບເລິກເຊິ່ງກວ່າອີກ, ພິເສດແມ່ນການຜັນຂະຫຍາຍໂຄງການກະທໍາຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄລຍະ 2025 – 2030. ບົນຈິດໃຈນັ້ນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະການພົວພັນທຸກຂັ້ນຜ່ານທຸກຊ່ອງທາງ; ສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ. ພາບ: vov.vn

ນາຍົກລັດຖະມົນຕີ ສອງທ່ານ ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ໃນນັ້ນເພີ່ມທະວີອໍານວຍຄວາມສະດວກສຳລັບການນໍາເຂົ້າ-ສົ່ງອອກ ສິນຄ້າປະເພດຕ່າງໆທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄື: ຜະລິດຕະພັນກະເສດ, ສິນໃນນ້ຳ, ສະບຽງອາຫານ, ສ່ວນປະກອບເອເລັກໂຕຼນິກ, ວັດສະດຸກໍ່ສ້າງ; ຊຸກຍູ້ການຮ່ວມມືດ້ານກະສິກຳ, ການຫາປາ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືດ້ານພະລັງງານ, ນ້ຳມັນອາຍແກັສ, ການສົ່ງໄຟຟ້າລະຫວ່າງບັນດາປະເທດອາຊຽນ; ພ້ອມທັງເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ເສດຖະກິດສີຂຽວ.

ສອງຝ່າຍເຫັນດີເປັນເອກະພາບຈະຮ່ວມມືໃນໄລຍະຍາວ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ມາເລເຊຍ, ໃນນັ້ນ ຫວຽດນາມ ຈະຮັບປະກັນການສົ່ງອອກເຂົ້າສານໄປມາເລເຊຍ ຢ່າງໝັ້ນຄົງ.

ການນຳສອງທ່ານຍັງໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະເນັ້ນໜັກເຖິງຄວາມຈຳເປັນຂອງການຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຮ່ວມມື, ຄວາມສາມັກຄີອາຊຽນ ແລະບົດບາດໃຈກາງຂອງອາຊຽນ.

ໂດຍ: ຈາງຫງວຽນ