ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ບຣາຊິນ Lula da Silva, ຕອນບ່າຍວັນທີ 4 ກໍລະກົດ, ເຮືອບິນນຳສົ່ງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກຮ່າໂນ້ຍໄປຍັງ ບຣາຊິນ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ປີ 2025 ແລະການເຄື່ອນໄຫວສອງຝ່າຍຢູ່ ບຣາຊິນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນຄັ້ງທຳອິດ ຫວຽດນາມ ເຂົ້າຮ່ວມໃນຖານະເປັນປະເທດຄູ່ຮ່ວມມືຢູ່ກອງປະຊຸມສຸດຍອດ BRICS. ກອງປະຊຸມສຸດຍອດ BRICS ປີນີ້ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືທາງທິດໃຕ້ ເພື່ອແນໃສ່ຊຸກຍູ້ການຄຸ້ມຄອງແບບກວມລວມ ແລະຍືນຍົງກ່ວາ”, ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍສຳຄັນ, ມີການເຂົ້າຮ່ວມຂອງການນຳຂັ້ນສູງ 20 ທ່ານທີ່ມາຈາກບັນດາປະເທດ ແລະທ່ານເລຂາທິການໃຫຍ່ ສປຊ.

ໂດຍ: ກວຽດເຕິມ