ທ່ານ ໂຮ່ດຶກເຟີກ ສະແດງຄວາມປະທັບໃຈກັບການພັດທະນາຂອງ ກາຕາໂລເນຍ, ທ່ານ ສະເໜີຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະບັນດາທ້ອງຖິ່ນຂອງເຂດໃນບັນດາຂົງເຂດ, ຄື: ການທ່ອງທ່ຽວ, ທ່າເຮືອທະເລ, ການຢາ, ນ້ຳມັນເຊື້ອໄຟ, ອຸດສາຫະກຳສະບຽງອາຫານ...; ສະເໜີໃຫ້ສໍານາດການປົກຄອງ ກາຕາໂລເນຍ ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກກ່ວາອີກໃຫ້ປະຊາຄົມຊາວຫວຽດນາມ ຢູ່ ບາເຊໂລນາ, ສະຖານທີ່ມີຊາວຫວຽດນາມ ອາໄສຢູ່ ແອັດສະປາຍ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ທ່ານ ໂຮ່ດຶກເຟີກ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Salvador Illa ປະທານເຂດກາຕາໂລເນຍ. ພາບ: baochinhphu.vn

ຕີລາຄາສູງຍຸດທະສາດຊຸກຍູ້ການຮ່ວມມືດ້ານເສດຖະກິດຂອງເຂດກັບບັນດາຄູ່ຮ່ວມມືສາກົນ, ໃນນັ້ນສຸມໃສ່ເຂົ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານປະທານເຂດກາຕາໂລເນຍ ປາດຖະໜາຢາກວ່າ ຈະໄດ້ຮັບການແນະນໍາບັນດາທ້ອງຖິ່ນຂອງຫວຽດນາມ ເພື່ອລົງນາມໃນເອກະສານຮ່ວມມືກັບ ກາຕາໂລເນຍ, ພ້ອມທັງຈະພິຈາລະນາເປີດຫ້ອງການການຄ້າ-ການລົງທຶນຂອງເຂດຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະການເງິນກວ່າອີກ; ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດ ແລະລົງທຶນຢູ່ແຕ່ລະຝ່າຍ; ພິຈາລະນາເປີດສາຍການບິນໂດຍກົງລະຫວ່າງຫວຽດນາມ ແລະແອັດສະປາຍ, ໃນນັ້ນມີນະຄອນ ບາເຊໂລນາ, ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ທ່ອງທ່ຽວ ແລະວັດທະນະທຳລະຫວ່າງທ້ອງຖິ່ນຂອງສອງປະເທດ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ໃນປີ 2027.

ໂດຍ: ຈາງຫງວຽນ