leftcenterrightdel
ທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະ ທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນການຢັ້ງຢືນຂອງທ່ານເອກອັກຄະລັກຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໃນວັນທີ 3 ກໍລະກົດ, ເມື່ອເຂົ້າຢ້ຽມຂ່ຳນັບທ່ານ Philemon Yang ປະທານສະມັດຊາໃຫຍ່ ສປຊ ຊຸດທີ 79 ຢູ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ.

ທ່ານ Philemon Yang ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການພັດທະນາ ແລະການຕ່າງປະເທດ ກໍ່ຄືບົດບາດທີ່ນັບມື້ນັບສຳຄັນຂອງຫວຽດນາມ ຢູ່ ສປຊ, ພິເສດແມ່ນຕີລາຄາສູງຫຼັກໝັ້ນ ແລະຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະກົດບັດ ສປຊ. ທ່ານປະທານສະມັດຊາໃຫຍ່ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ມີອາຍຸການປະຕິບັດໜ້າທີ່ທີ່ປະສົບຜົນສຳເລັດ, ປະກອບສ່ວນສືບຕໍ່ຍົກສູງພາບພົດ ແລະຖານະຕຳແໜ່ງສາກົນຂອງ ຫວຽດນາມ ພ້ອມທັງປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາລະຫວ່າງບັນດາປະເທດສະມາຊິກ ສປຊ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ