ທີ່ການພົບປະ, ທ່ານ ຟ້າມມິງຈີ້ງ ໄດ້ຕີລາຄາສູງບົດບາດນັບມື້ນັບສູງຂຶ້ນຂອງ ບຣາຊິນ ໃນການຊຸກຍູ້ໂຄງການດໍາເນີນງານທົ່ວໂລກ, ເຊື່ອໝັ້ນວ່າ ບຣາຊິນ ຈະສືບຕໍ່ເສີມຂະຫຍາຍບົດບາດກວ່າອີກໃນບັນດາກົນໄກຫຼາຍຝ່າຍທີ່ສຳຄັນ ເມື່ອດໍາລົງຕໍາແໜ່ງເປັນປະທານ G20 ໃນປີ 2024, ປະທານ BRICS, COP 30 ແລະ Mercosur ໃນປີ 2025.
ສະແດງຄວາມຍິນດີຕ້ອນຮັບທ່ານ ຟ້າມມິງຈີ້ງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປັນຄັ້ງທຳອິດໃນຖານະເປັນປະເທດຄູ່ຮ່ວມມື, ທ່ານ Luiz Inacio Lula da Silva ໃຫ້ຮູ້ວ່າ ໃນຖານະເປັນປະເທດເຈົ້າພາບ, ບຣາຊິນ ປາດຖະໜາຢາກເສີມຂະຫຍາຍກວ່າອີກສຽງເວົ້າຂອງບັນດາປະເທດທິດໃຕ້ ໃນກົນໄກບໍລິຫານທົ່ວໂລກ, ສຸມໃສ່ເຂົ້າໃນການພັດທະນາແບບຍືນຍົງ ແລະກວມລວມດ້ານເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມ. ທ່ານ Lula da Silva ຕີລາຄາສູງບົດບາດ, ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການເຂົ້າຮ່ວມແກ້ໄຂບັນຫາທົ່ວໂລກ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພົບປະສອງຝ່າຍກັບທ່ານ Luiz Inacio Lula da Silva ປະທານາທິບໍດີ ບຣາຊິນ. ພາບ: VGP |
ທ່ານນາຍົກລັດຖະມົນຕີ ຂອບໃຈ ບຣາຊິນ ທີ່ໄດ້ສະໜັບສະໜູນຫວຽດນາມ ກາຍເປັນປະເທດຄູ່ຮ່ວມມື BRICS; ຢືນຢັນວ່າ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມດ້ວຍຄວາມຮັບຜິດຊອບສູງສຸດ, ຢືນຢັນຄຳໝັ້ນສັນຍາຢ່າງແຂງແຮງ, ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ເຂົ້າໃນຄວາມມານະພະຍາຍາມລວມ ເພື່ອແນໃສ່ຊຸກຍູ້ສັນຕິພາບ, ການຮ່ວມມື ແລະພັດທະນາ, ເສີມຂະຫຍາຍບົດບາດຂອງບັນດາປະເທດທິດໃຕ້ໃນກົນໄກບໍລິຫານທົ່ວໂລກ; ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນ ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນຜົນສຳເລັດຂອງ BRICS ໃນໄລຍະດຳລົງຕຳແໜ່ງເປັນປະທານຂອງບຣາຊິນ.
ກ່ຽວກັບການພົວພັນສອງຝ່າຍ, ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດ ພວມພັດທະນາອັນດີງາມ. ການນຳສອງທ່ານ ໄດ້ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍບັນດາມາດຕະການເພີ່ມທະວີການພົວພັນສອງຝ່າຍໃຫ້ສົມກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ລວມມີການຮັກສາບັນດາການເຄື່ອນໄຫວພົບປະ ແລະແລກປ່ຽນຄະນະຜູ້ແທນຂັ້ນສູງ; ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ຢ່າງມີປະສິດທິຜົນ.
ການນຳສອງທ່ານ ກໍເຫັນດີຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນນັ້ນມີການຄ້າດ້ານປ້ອງກັນຊາດ, ຖ່າຍທອດເຕັກໂນໂລຊີ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຂຸດຄົ້ນ ແລະການຄ້າແຮ່ທາດ, ethanol ແລະພະລັງງານຊີວະມວນ, ການຫັນເປັນດີຈີຕອນ, semiconductors ແລະປັນຍາປະດິດ, ຍຸຕິທຳ. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການເຈລະຈາ ເພື່ອລົງນາມເອກະສານຮ່ວມມືໃນຂົງເຂດປົກປ້ອງການລົງທຶນ, ຫຼີກເວັ້ນການເສຍພາສີສອງເທົ່າ ແລະສ້າງເງື່ອນໄຂກ່ຽວກັບວິຊາໃຫ້ແກ່ພົນລະເມືອງສອງປະເທດ.
    |
 |
ທ່ານ ຟ້າມມິງຈີ້ງ ແລະທ່ານ Luiz Inacio Lula da Silva ເປັນສັກຂີພິຍານພິທີມອບ-ຮັບບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນ. ພາບ: VGP |
ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນ, ການນຳສອງທ່ານ ຖືວ່າ ຕ້ອງສືບຕໍ່ຍູ້ແຮງການປະສານສົມທົບ ແລະຮ່ວມມືກ່ຽວກັບບັນຫາການບໍລິຫານທົ່ວໂລກ, ປະຕິຮູບສະຫະປະຊາຊາດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຕ້ານການປ່ຽນແປງຂອງດິນຟ້າອາກາດ; ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ພິເສດແມ່ນຢູ່ສະຫະປະຊາຊາດ, ອົງການການຄ້າໂລກ, ຂະບວນການບໍ່ຮ່ວມກຸ່ມ, ການຮ່ວມມືໃຕ້ - ໃຕ້ ແລະສະຫະພັນລັດຖະສະພາສາກົນ (IPU).
ສອງຝ່າຍຢືນຢັນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ບັນດາເຂດທະເລ, ໃນນັ້ນມີທະເລຕາເວັນອອກ, ບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດແຄມທະເລ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ພາຍຫຼັງການພົບປະສອງຝ່າຍ, ທ່ານ ຟ້າມມິງຈີ້ງ ແລະທ່ານ Luiz Inacio Lula da Silva ໄດ້ເປັນສັກຂີພິຍານພິທີມອບ-ຮັບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນເປັນດີຈີຕອນ; ພິທີປະກາດການສົ່ງອອກປາ ຈາ-ບາຊາ ແລະປານິນ ຊຸດທໍາອິດຂອງຫວຽດນາມ ໄປຍັງ ບຣາຊິນ ແລະພິທີປະກາດການສົ່ງອອກຊີ້ນງົວຊຸດທໍາອິດຂອງ ບຣາຊິນ ໄປຍັງ ຫວຽດນາມ.
ໂດຍ: ໄຊຊະນະ