ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS 2025
ກປ.ອອນໄລ - ກອງປະຊຸມສຸດຍອດ BRICS 2025 ໄດ້ໄຂຂຶ້ນໃນວັນທີ 6 ກໍລະກົດ, ທີ່ນະຄອນ Rio de Janeiro, ບຣາຊິນ. ນີ້ແມ່ນຄັ້ງທໍາອິດຫວຽດນາມ ເຂົ້າຮ່ວມດ້ວຍຖານະເປັນປະເທດຄູ່ຮ່ວມມືຢູ່ກອງປະຊຸມສຸດຍອດ BRICS, ເປັນອົງການຮ່ວມມືຫຼາຍຝ່າຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະນັບມື້ນັບມີຜົນສະທ້ອນອັນໃຫຍ່ຫຼວງທັງດ້ານເສດຖະກິດ ແລະການເມືອງ.
    |
 |
ທ່ານ Lula da Silva ປະທານາທິບໍດີ ບຣາຊິນ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS 2025. ພາບ: ສໍານັກຂ່າວສານຫວຽດນາມ |
ກອງປະຊຸມສຸດຍອດ BRICS ປີນີ້ ດ້ວຍຫົວຂໍ້ວ່າ "ເພີ່ມທະວີການຮ່ວມມືທິດໃຕ້ເພື່ອຊຸກຍູ້ການຄຸ້ມຄອງແບບກວມລວມ ແລະຍືນຍົງກວ່າ", ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍທີ່ສຳຄັນ, ມີການເຂົ້າຮ່ວມຂອງການນຳຂັ້ນສູງປະມານ 20 ປະເທດ, ເລຂາທິການໃຫຍ່ສະຫະປະຊາຊາດ ແລະການນຳຂອງຫຼາຍອົງການສາກົນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ້ງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ວາລະປະຊຸມຂັ້ນສູງກ່ຽວກັບຫົວຂໍ້: ເພີ່ມທະວີລັດທິຫຼາຍຝ່າຍ, ບັນດາບັນຫາເສດຖະກິດ, ການເງິນ ແລະປັນຍາປະດິດ; ເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ວາລະປຶກສາຫາລືຂັ້ນສູງກ່ຽວກັບຫົວຂໍ້: ສິ່ງແວດລ້ອມ, COP 30 ແລະການແພດທົ່ວໂລກ; ແລະເຂົ້າຮ່ວມປະກາດຖະແຫຼ່ງການແມ່ຂອງບັນດາການນໍາກ່ຽວກັບການເງິນດິນຟ້າອາກາດ ແລະການເປີດຕົວຄູ່ຮ່ວມງານ BRICS ກ່ຽວກັບການຍົກເລີກໂລກລະບາດສັງຄົມ.
    |
 |
ນີ້ແມ່ນຄັ້ງທໍາອິດຫວຽດນາມ ເຂົ້າຮ່ວມດ້ວຍຖານະປະເທດຄູ່ຮ່ວມມືຢູ່ກອງປະຊຸມສຸດຍອດ BRICS. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີ 3 ນຳໜ້າຍຸດທະສາດຕໍ່ກັບ BRICS ແລະບັນດາຄູ່ຮ່ວມມື. ທ່ານ ຟ້າມມິງຈີ້ງ ເນັ້ນໜັກວ່າ: “ບັນດາການຫັນປ່ຽນສັບສົນຂອງໂລກນັບມື້ນັບສະແດງໃຫ້ເຫັນຂໍ້ສັງເກດອັກເລິກເຊິ່ງຂອງທ່ານ Lula da Silva ປະທານາທິບໍດີບຣາຊິນ. ເລື່ອງຢືດໝັ້້ນປົກປ້ອງລັດທິຫຼາຍຝ່າຍແມ່ນເສັ້ນທາງໜຶ່ງດຽວເທົ່ານັ້ນ ຫາກຍັງພວກເຮົາຕ້ອງໄປ, ບົນວິວັດການນັ້ນຫວຽດນາມ ພ້ອມກັບ BRICS ແລະບັນດາປະເທດທິດໃຕ້ສູ້ຊົນຢ່າງບໍ່ຢຸດຢັ້ງ, ຄວາມສາມັກຄີ, ມານະພະຍາຍາມ, ເພື່ອສ້າງລະບົບຄຸ້ມຄອງທົ່ວໂລກ, ມີຄວາມຍຸດຕິທໍາ, ສະເໝີພາບລະຫວ່າງຍິງ ແລະຊາຍ, ວິທະຍາສາດ, ກວມລວມ ແລະຍືນຍົງຢ່າງແທ້ຈິງ”.
ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) ໄດ້ສ້າງຕັ້ງເມື່ອປີ 2006, ມາຮອດປະຈຸບັນ ມີ 10 ປະເທດສະມາຊິກ, ລວມມີ: ລັດເຊຍ, ຈີນ, ບຣາຊິນ, ອິນເດຍ, ອາຟຣິກາໃຕ້, ອີຣາມ, ເອທິໂອບີ, ເອຢິບ, ອິນໂດເນເຊຍ ແລະສະຫະລັດອາຣັບເອມີເຣດ. ນອກຈາກນັ້ນ, ຍັງມີ 10 ປະເທດຄູ່ຮ່ວມມື, ໃນນັ້ນມີ ຫວຽດນາມ.
ໂດຍ: ໄຊນີດາ