ທີ່ການຕ້ອນຮັບ, ທ່ານ Wanchai Kongkasame ໃຫ້ຮູ້ວ່າ ຢູ່ແຂວງອຸດອນທານີ ມີຊາວຫວຽດນາມຫຼາຍທີ່ສຸດ, ໄດ້ເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນ, ມີການພົວພັນສະໜິດແໜ້ນກັບປະຊາຊົນໄທ ແລະມີການປະກອບສ່ວນສຳຄັນຫຼາຍຢ່າງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ການພົວພັນດ້ານເສດຖະກິດ-ການຄ້າ, ການພົບປະແລກປ່ຽນປະຊາຊົນລະຫວ່າງແຂວງອຸດອນທານີ ກັບບາງທ້ອງຖິ່ນຂອງຫວຽດນາມ ຫວ່າງມໍ່ໆມານີ້ໄດ້ຮັບການເພີ່ມທະວີຢ່າງຕັ້ງໜ້າ, ໃນນັ້ນມີບົດບາດເປັນຂົວເຊື່ອມຕໍ່, ການໜູນຊ່ວຍຢ່າງຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ. ແຂວງອຸດອນທານີ ພວມຊຸກຍູ້ເພື່ອລົງນາມໃນຂໍ້ຕົກລົງຮ່ວມມືແຮກສ່ຽວກັບແຂວງທ໊າຍງວຽນຂອງຫວຽດນາມ ໂດຍໄວ.

leftcenterrightdel
ທ່ານ ເວືອງດິ່ງເຫວະ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Wanchai Kongkasame ເຈົ້າແຂວງອຸດອນທານີ. ພາບ: ຈ໊ຽນຖັ໊ງ.

ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ ແຂວງອຸດອນທານີ ມີທີ່ຕັ້ງສຳຄັນໃນການຮ່ວມມືລະຫວ່າງສອງປະເທດໃນຫຼາຍດ້ານ. ຄວາມຮຽກຮ້ອງຕ້ອງການຮຽນພາສາຫວຽດ, ພາສາໄທຂອງສອງປະເທດນັບມື້ນັບເພີ່ມຂຶ້ນ ແລະອຸດອນທານີ ສາມາດກາຍເປັນສູນສອນສອງພາສານີ້. ນອກຈາກນັ້ນ, ລະຫວ່າງແຂວງອຸດອນທານີ ແລະແຂວງທ໊າຍງວຽນ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື, ເປັນຕົ້ນແມ່ນໃນການຜະລິດສິນຄ້າ, ກະສິກໍາເຕັກໂນໂລຢີສູງ... ສອງແຂວງຄວນຍູ້ໄວການລົງນາມໃນຂໍ້ຕົກລົງຮ່ວມມື, ສົ່ງຄະນະຜູ້ແທນວິສາຫະກິດມາຮ່ຳຮຽນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ,  ການຮ່ວມມືດໍາເນີນທຸລະກິດ, ແຊກຊຶມເຂົ້າຕະຫຼາດຂອງກັນໂດຍໄວ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງຕໍ່ອຳນາດການປົກຄອງແຂວງຖືເປັນສໍາຄັນ ແລະສະໜັບສະໜູນປະຊາຄົມຊາວຫວຽດນາມ ກໍ່ສ້າງຖະໜົນຫວຽດນາມ, ແມ່ນສະຖານທີ່ປົກປັກຮັກສາ, ແນະນໍາວັດທະນະທຳຕ່າງໆຂອງຊາວຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ