ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢຶນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພັດທະນາ ແລະປັບປຸງການພົວພັນກັບບັນດາປະເທດທີ່ເປັນມູນເຊື້ອ, ໃນນັ້ນມີ ເບລາຣຸດ, ແລະບັນດາກໍາລັງກ້າວໜ້າໃນໂລກ. ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ເບລາຣຸດ ກັບບັນດາການນຳຫວຽດນາມ, ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ຈະສ້າງກຳລັງໜູນໃໝ່ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Roman Golovchenko ນາຍົກລັດຖະມົນຕີ ເບລາຣຸດ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ແລກປ່ຽນບາງທິດທາງ ເພື່ອແນໃສ່ຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. ພັກກອມມູນິດຫວຽດນາມ ພ້ອມແລ້ວທີ່ຈະປັບປຸງ ແລະຍູ້ແຮງການພົວພັນຮ່ວມມືກັບບັນດາພັກການເມືອງ ຂອງ ເບລາຣຸດ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານນາຍົກລັດຖະມົນຕີ Roman Golovchenko ເນັ້ນໜັກວ່າ, ເບລາຣຸດ ຖືການຮ່ວມມືລະຫວ່າງບັນດາພັກການເມືອງຂອງ ເບລາຣຸດ ກັບພັກກອມມູນິດ ຫວຽດນາມ ເປັນສຳຄັນ, ຖືນີ້ແມ່ນຊ່ອງທາງສໍາຄັນ ເພື່ອຊຸກຍູ້ການພົວພັນສອງປະເທດ. ທ່ານກໍ່ເຫັນດີຕໍ່ບັນດາມາດຕະການໃຫຍ່ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກມາ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ໃນນັ້ນມີການຊຸກຍູ້ການພົວພັນດ້ານການຄ້າ.

ຕອນບ່າຍວັນທີ 8 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານ ຫວໍວັນເຖືອງ ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາວ່າ, ໃນໄລຍະຜ່ານມາ, ການພົວພັນດ້ານການເມືອງ - ການຕ່າງປະເທດລະຫວ່າງສອງປະເທດສືບຕໍ່ໄດ້ຮັບການຊຸກຍູ້, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາການຮ່ວມມືໃນບັນດາຂົງເຂດ, ຄື: ເສດຖະກິດ - ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ… ການນຳສອງທ່ານໄດ້ເຫັນດີຊຸກຍູ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງທ່ານໃຫ້ເປັນຢ່າງດີ. ຜ່ານນັ້ນ, ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານນາຍົກລັດຖະມົນຕີ Roman Golovchenko, ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມ ແລະຍົກສູງອິດທິພົນຊື່ສຽງໃນເວທີສາກົນ ເຊິ່ງລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ຢຶນຢັນວ່າ, ເບລາຣຸດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດໃນອາຊຽນ.

ຕອນເຊົ້າວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີເບລາຣຸດ Roman Golovchenko. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາຍົກລັດຖະມົນຕີເບລາຣຸດ Roman Golovchenko. ພາບ: qdnd.vn

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ແລກປ່ຽນກ່ຽວກັບທິດທາງຊຸກຍູ້ການພົວພັນສອງຝ່າຍ, ພ້ອມທັງເຫັນດີເປັນເອກະພາບຫຼາຍມາດຕະການລະອຽດ ແນໃສ່ນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ ແລະບັນລຸປະສິດທິຜົນ, ກໍ່ຄືປຶກສາຫາລືບັນດາບັນຫາຢູ່ພາກພື້ນ, ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ນາຍົກລັດຖະມົນຕີສອງທ່ານໄດ້ຢືນຢັນຄວາມສຳຄັນຂອງການຮັກສາການພົບປະທຸກຂັ້ນ; ເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ດ້ວຍບັນດາມາດຕະການສອດຄ່ອງກັບສະພາບການ ແລະເງື່ອນໄຂຂອງແຕ່ລະປະເທດ. ສອງຝ່າຍເຫັນດີສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນສະຫະປະຊາຊາດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: qdnd.vn

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢືນຢັນວ່າ, ສອງປະເທດຕ້ອງຂຸດຄົ້ນຄວາມສາມາດບົ່ມຊອນຮ່ວມມືສອງຝ່າຍໃຫ້ຫຼາຍກວ່າອີກ. ສອງຝ່າຍເຫັນດີມານະພະຍາຍາມເພີ່ມວົງເງິນການຄ້າ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າເຂົ້າເຖິງຕະຫຼາດຂອງກັນ. ພ້ອມກັນນັ້ນ, ກໍ່ເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດທີມີຄວາມສາມາດບົ່ມຊ້ອນ, ຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ການສຶກສາບຳລຸງສ້າງ…

ພາຍຫຼັງການພົບປະເຈລະຈາ, ການນຳສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືສອງຝ່າຍ.

ໂດຍ: ທະນາພອນ