ເປີດກວ້າງການຮ່ວມມືລະຫວ່າງນະຄອນຫຼວງຂອງຫວຽດນາມ ແລະສາທາລະນະລັດເບລາຣຸດ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 7 ທັນວາ, ທ່ານ Roman Golovchenko ນາຍົກລັດຖະມົນຕີເບລາຣຸດ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ.
ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຢືນຢັນວ່າ ໃນທິດທາງພົວພັນຕ່າງປະເທດຂອງນະຄອນຫຼວງ, ຮ່າໂນ້ຍ ມີແຜນນະໂຍບາຍຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືສາກົນກັບບັນດາທ້ອງຖິ່ນ, ນະຄອນໃນໂລກ, ໃນນັ້ນມີນະຄອນຫຼວງ Minsk.
|
|
ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຕ້ອນຮັບທ່ານ Roman Golovchenko ນາຍົກລັດຖະມົນຕີເບລາຣຸດ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນຊຸມປີຜ່ານມາ, ສອງທ້ອງຖິ່ນຍາມໃດກໍ່ຮັກສາການພົວພັນຮ່ວມມື, ກົນໄກແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນການຄ້າ ແລະສົມທົບກັນຈັດຕັ້ງການຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ. ທ່ານ ເຈິ່ນສີແທັງ ປາດຖະໜາຢາກວ່າ ທ່ານນາຍົກລັດຖະມົນຕີ ຈະເອົາໃຈໃສ່, ຊຸກຍູ້ບັນດາອົງການ, ວິສາຫະກິດເບລາຣຸດ ເວົ້າລວມ ແລະນະຄອນ Minsk ເວົ້າສະເພາະ ຍູ້ແຮງການພົບປະແລກປ່ຽນ, ການຮ່ວມມືກັບນະຄອນຫຼວງຮ່າໂນ້ຍ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ, ຜ່ານນັ້ນຊຸກຍູ້ການພົວພັນລະຫວ່າງຮ່າໂນ້ຍ ແລະບັນດາທ້ອງຖິ່ນຂອງເບລາຣຸດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີເບລາຣຸດ Roman Golovchenko ໃຫ້ຮູ້ວ່າ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນນະຄອນແຮກສ່ຽວເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ຂອງປະເທດເບລາຣຸດ ອີກດ້ວຍ. ການຮ່ວມມືອັນຕັ້ງໜ້າລະຫວ່າງສອງນະຄອນໃນໄລຍະຜ່ານມາແມ່ນຈຸດພົ້ນເດັ່ນເພື່ອໃຫ້ສອງປະເທດພັດທະນາການພົວພັນໃນໄລຍະຈະມາເຖິງ.
ທີ່ການເຮັດວຽກ, ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະທ່ານ Roman Golovchenko ນາຍົກລັດຖະມົນຕີເບລາຣຸດ ໄດ້ເປັນສັກຂີພິຍານພິທີລົງນາມໃນການຮ່ວມມືປະຕິບັດຂໍ້ຕົກລົງກ່ຽວກັບການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງນະຄອນຮ່າໂນ້ຍ ແລະນະຄອນ Minsk ໄລຍະ 2024-2026.
ໂດຍ: ຈາງຫງວຽນ