ຢູ່ທີ່ນີ້, ທ່ານພົນເອກ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານ Abdel Wahab Abdel Razeq, ປະທານສະພາສູງ ອີຢິບ ທັງເປັນປະທານພັກອະນາຄົດແຫ່ງຊາດ (NFP) ກຳອຳນາດ; ພົບປະເຈລະຈາກັບທ່ານເລຂາທິການໃຫຍ່ພັກກອມມູນິດ ອີຢິບ Salah Adly; ທ່ານເລຂາທິການໃຫຍ່ພັກສັງຄົມນິຍົມ ອີຢິບ Ahmed Bahaa El-Din Shaaban; ເຮັດວຽກກັບທ່ານລັດຖະມົນຕີກະຊວງພາຍໃນ Mahmoud Tawfiq Kandil.

leftcenterrightdel
ທ່ານພົນເອກ ໂຕເລິມ ເຮັດວຽກກັບທ່ານລັດຖະມົນຕີກະຊວງພາຍໃນ Mahmoud Tawfiq Kandil. ພາບ: vov.vn

ທີ່ບັນດາການເຮັດວຽກ, ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມ; ສືບຕໍ່ຮັກສາບັນດາກົນໄກຮ່ວມມືສອງຝ່າຍ; ຊຸກຍູ້ການຈັດກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມ ຫວຽດນາມ - ອີຢິບ ໂດຍໄວ; ປັບປຸງ ແລະຍົກສູງປະສິດທິຜົນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງຢູ່ ອີຢິບ, ລະຫວ່າງບັນດາອົງການຈັດຕັ້ງການເມືອງ - ສັງຄົມຂອງສອງປະເທດ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍສາກົນ; ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າ, ຊອກຫາກາລະໂອກາດຮ່ວມມື. ສອງຝ່າຍກໍ່ເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກວ່າ ໃນວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ, ປ້ອງກັນຕ້ານການກໍ່ການຮ້າຍ, ອາດຊະຍາກຳ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ, ການຄ້າ, ການທ່ອງທ່ຽວຂອງແຕ່ລະຝ່າຍ…

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ