ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດກ່ຽວກັບການກະທໍາເພື່ອດິນຟ້າອາກາດໂລກ
ກປ.ອອນໄລ - ພາຍຫຼັງການຢ້ຽມຢາມ ຕວກກີ ຢ່າງເປັນທາງການປະສົບຜົນສໍາເລັດຢ່າງຈົບງາມ, ໃນເວລາ 22 ໂມງ 40 ນາທີ ຂອງວັນທີ 30 ພະຈິກ (ຕາມເວລາທ້ອງຖິ່ນ), ເຮືອບິນໂດຍສານທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ພ້ອມດ້ວຍພັນລະຍາ ເລທິບິກເຈິນ ແລະຄະນະຜູ້ແທນຫວຽດນາມ ໄດ້ມາຮອດສະໜາມບິນສາກົນ Al Maktoum, ນະຄອນ Dubai ເລີ່ມຕົ້ນປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການກະທໍາເພື່ອດິນຟ້າອາກາດໂລກ ໃນຂອບເຂດກອງປະຊຸມ ຄັ້ງທີ 28 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ສະຫະລັດ ອາຣັບ ເອມີເຣດ (UAE).
ຕອນທ່ຽງວັນທີ 1 ທັນວາ ຕາມເວລາທ້ອງຖິ່ນ, ໝາຍຄວາມວ່າແມ່ນເວລາ 15 ໂມງ ຕາມເວລາຂອງຫວຽດນາມ, ຢູ່ນະຄອນ Dubai, ພິທີເປີດກອງປະຊຸມສຸດຍອດກ່ຽວກັບການກະທໍາເພື່ອດິນຟ້າອາກາດໂລກໃນຂອບເຂດ COP28 ໄດ້ຈັດຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມມີບັນດາການນຳ ແລະຜູ້ຕາງໜ້າຂອງ 197 ຝ່າຍເຂົ້າຮ່ວມສົນທິສັນຍາ, ໃນນັ້ນມີປະມຸກລັດ ແລະນາຍົກລັດຖະມົນຕີຂອງບັນດາປະເທດ 140 ກວ່າທ່ານ, ເລຂາທິການໃຫຍ່ ສປຊ, ພ້ອມກັບການນຳຂອງບັນດາອົງການສາກົນ ແລະສະຖາບັນການເງິນສາກົນຂະໜາດໃຫຍ່ໃນໂລກ, ຫຼາຍກຸ່ມບໍລິສັດນາໆຊາດ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມ ແລະເຂົ້າຮ່ວມພິທີເປີດ.
    |
 |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະຜູ້ຕາງໜ້າປະເທດທີ່ເຂົ້າຮ່ວມ COP28 ຖ່າຍຮູບເປັນລວມ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ພິທີເປີດ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ທ່ານ Sheikh Mohamed bin Zayed Al Nahyan ປະທານາທິບໍດີປະເທດເຈົ້າພາບ UAE, ກະສັດອັງກິດ Charles III ແລະທ່ານ Luiz Inacio Lula da Silva ປະທານາທິບໍດີບຣາຊິນ ໄດ້ເນັ້ນໜັກເຖິງຄວາມຈຳເປັນ ແລະຮີບດ່ວນຂອງການຮັບມືກັບວິກິດການກ່ຽວກັບດິນຟ້າອາກາດ; ຫວັງວ່າ ກອງປະຊຸມ COP28 ຈະຍົກອອກກ່ຽວກັບການກະທໍາເພື່ອດິນຟ້າອາກາດທີ່ຮ້າຍແຮງກວ່າອີກ ບົນພື້ນຖານການເພີ່ມທະວີຄວາມສາມັກຄີ ແລະການຮ່ວມມືສາກົນ.
ທ່ານເລຂາທິການໃຫຍ່ ສປຊ ຢືນຢັນວ່າ ມີແຕ່ບັນລຸໄດ້ເປົ້າໝາຍຮັກສາອຸນຫະພູມເພີ່ມຂຶ້ນ 1,5 ອົງສາເຊ ເມື່ອໂລກຢຸດຕິການນຳໃຊ້ເຊື້ອໄຟຟອດຊິນຢ່າງສິ້ນເຊີງ, ຮຽກຮ້ອງໃຫ້ບັນດາປະເທດເພີ່ມອັດຕາສ່ວນພະລັງງານທົດແທນຂຶ້ນເປັນ 3 ເທົ່າໃນປີ 2030. ທ່ານປະທານາທິບໍດີປະເທດເຈົ້າພາບ COP28 ໄດ້ປະກາດສ້າງຕັ້ງກອງທຶນມາດຕະການດິນຟ້າອາກາດທົ່ວໂລກ 30 ຕື້ໂດລາສະຫະລັດ ເພື່ອແນໃສ່ປິດຊ່ອງຫວ່າງດ້ານການເງິນເພື່ອດິນຟ້າອາກາດ ແລະເພີ່ມການລົງທຶນໃສ່ການເຄື່ອນໄຫວເພື່ອດິນຟ້າອາກາດຂຶ້ນເຖິງ 200 ຕື້ໂດລາສະຫະລັດ ໃນປີ 2030. ທ່ານປະທານາທິບໍດີບຣາຊິນ, ປະເທດເຈົ້າພາບ COP30 ປີ 2025, ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນຂອງພະລັງງານທົດແທນ ແລະຮຽກຮ້ອງໃຫ້ບັນດາປະເທດຮ່ວມມືຢ່າງຮີບດ່ວນ, ສະເໝີພາບ, ມຸ່ງໄປເຖິງພື້ນຖານເສດຖະກິດທີ່ອີງໃສ່ພະລັງງານຟອດຊິນ ໜ້ອຍລົງ.
ໂດຍ: ຈາງຫງວຽນ