ຂີດໝາຍສໍາຄັນ

ທ່ານປະທານປະເທດ ໄດ້ສົ່ງສານມາຍັງບັນດາການນໍາ, ສະມາຊິກລັດຖະສະພາ ແລະປະຊາຊົນຍີ່ປຸ່ນໝົດທຸກຄົນ ກ່ຽວກັບປະເທດຫວຽດນາມ ທີ່ປ່ຽນແປງໃໝ່, ເປີດປະຕູ, ຮັກຫອມສັນຕິພາບ, ຄວາມຄາດຫວັງຢາກພັດທະນາ, ກ່ຽວກັບນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ເມື່ອຫວນຄືນໄລຍະທາງ 50 ປີແຫ່ງການພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ຍີ່ປຸ່ນ ແລະຢັ້ງຢືນຄວາມຄ້າຍຄືກັນທາງດ້ານວັດທະນະທໍາ, ປະຫວັດສາດ, ມະນຸດ ແລະມູນເຊື້ອການພົບປະແລກປ່ຽນອັນໝັ້ນແກ່ນລະຫວ່າງປະຊາຊົນສອງປະເທດ ນັບພັນປີທີ່ຜ່ານມາແມ່ນຕັງທີ່ຕິດພັນອາລົມຈິດ, ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄໍາເຫັນຢູ່ສະພາແຫ່ງຊາດຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານປະເທດ ໄດ້ແບ່ງປັນວິໄສທັດ ແລະການກໍານົດທິດໃຫຍ່ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະວັດທະນາຖາວອນ ຢູ່ອາຊີ ແລະໃນໂລກ ຢ່າງມີປະສິດທິຜົນ, ຕັດສິນໃຈພ້ອມກັບຍີ່ປຸ່ນ ສ້າງການພົວພັນສອງປະເທດ ໃຫ້ເປັນ “ເພື່ອນມິດທີ່ຈິງໃຈ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ການຮ່ວມມືຍຸດທະສາດ, ອະນາຄົດທີ່ໝັ້ນຄົງ” ຢ່າງແທ້ຈິງ.

ໃນບົດກ່າວປາໄສຂໍ່ານັບຮັບຕ້ອນທີ່ສະພາແຫ່ງຊາດ, ທ່ານ Nukaga Fukushiro ປະທານສະພາຕໍ່າຍີ່ປຸ່ນ ຖືວ່າ ເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄໍາເຫັນຢູ່ຕໍ່ໜ້າສະພາແຫ່ງຊາດ ແມ່ນຂີດໝາຍສໍາຄັນໃນການພົວພັນສອງປະເທດ, ທ່ານ ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນທີ່ບໍ່ສາມາດປ່ຽນແທນໄດ້ຂອງຍີ່ປຸ່ນ, ການພົວພັນສອງປະເທດ ພວມດຳເນີນໄປຢ່າງດີງາມ ແລະໝັ້ນແກ່ນຍິ່ງກວ່າເວລາໃດໝົດ. ການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ ເນື່ອງໃນໂອກາດທີ່ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະເລື່ອງສອງຝ່າຍຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນຂີດໝາຍປະຫວັດສາດໃໝ່ນໍາການພົວພັນສອງປະເທດ ພັດທະນາດ້ວຍ ຄວາມສາມາດບົ່ມຊ້ອນທີ່ບໍ່ມີຂີດຈຳກັດ, ມຸ່ງໄປເຖິງອະນາຄົດ, ບືນຕົວອອກສູ່ ພາກພື້ນ ແລະໃນໂລກ.

ຕີລາຄາສູງຕໍ່ການກ່າວປາໄສຂອງທ່ານປະທານປະເທດ ຫວໍວັນເຖືອງ, ທ່ານ Otsuji Hidehisa ປະທານສະພາສູງຍີ່ປຸ່ນ ເນັ້ນໜັກວ່າ ສອງຊາດ ຍີ່ປຸ່ນ ແລະ ຫວຽດນາມ ໄດ້ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບປະຫວັດສາດ, ວັດທະນະທໍາ, ແບ່ງປັ່ນຄຸນຄ່າ, ທາດແທ້ຄຸນສົມບັດອັນດີງາມ, ຄ້າຍຄືກັບດອກບົວຂອງຫວຽດນາມ ແລະດອກສະກຸຣະ ຂອງຍີ່ປຸ່ນ, ຍາມໃດກໍຮູ້ຈັກເອົາຕົວລອດ, ຜ່ານຜ່າຄວາມຫຍຸ້ງຍາກລໍາບາກເພື່ອສົ່ງກິ່ນຫອມຫວນ. ທ່ານ Otsuji Hidehisa ປາດຖະໜາວ່າ ສອງປະເທດຈະພ້ອມກັນສືບຕໍ່ກ້າວເດີນໄປສູ່ໄລຍະທາງໃໝ່ດ້ວຍກອບການພົວພັນໃໝ່, ພ້ອມກັນບັນລຸໄດ້ບັນດາໝາກຜົນໃໝ່.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະພັນລະຍາ ໄດ້ພົບປະກັບທ່ານ Nukaga Fukushiro ປະທານສະພາຕໍ່າ ແລະທ່ານ Otsuji Hidehisa ປະທານສະພາສູງ ຍີ່ປຸ່ນ.

ທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດ ຫາກໍ່ຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຖືນີ້ແມ່ນພະຍານຫຼັກຖານອັນຈະແຈ້ງໃຫ້ແກ່ການພັດທະນາຢ່າງແຂງແຮງ, ຮອບດ້ານ ແລະແທດຈິງຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງຕໍ່ການເອົາໃຈໃສ່, ສະໜັບສະໜູນຂອງສະພາແຫ່ງຊາດຍີ່ປຸ່ນ ໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ. ທ່ານປະທານປະເທດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າ ແລະຍາວນານ, ປາດຖະໜາຢາກເພີ່ມທະວີ, ພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ ໃຫ້ຮອບດ້ານ ແລະເລິກເຊິ່ງກວ່າອີກ, ສອດຄ່ອງກັບຜົນປະໂຫຍດ ແລະຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ.

ສ່ວນທ່ານປະທານສະພາຕໍ່າ Nukaga ກໍ່ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາກະໂດດຂັ້ນ ແລະແທດຈິງຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນໄລຍະຜ່ານມາ, ຢັ້ງຢືນວ່າ ສະພາແຫ່ງຊາດ ຍີ່ປຸ່ນ ສະໜັບສະໜູນສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ພ້ອມດຽວກັນນັ້ນກໍ່ຈະເສີມຂະຫຍາຍບົດບາດຕັ້ງໜ້າໃນການຫັນບັນດາເນື້ອໃນຮ່ວມມືໃນຂອບເຂດການພົວພັນໃໝ່ໃຫ້ເປັນລະອຽດ.

ທ່ານປະທານສະພາສູງ Otsuji ແບ່ງປັນຄວາມປະທັບໃຈອັນເລິກເຊິ່ງກ່ຽວກັບການພັດທະນາຢ່າງຕັ້ງໜ້າຂອງຫວຽດນາມ ເຊິ່ງ ທ່ານ ຮູ້ສຶກໄດ້ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ເມື່ອເດືອນກັນຍາທີ່ຜ່ານມາ; ທ່ານ ໄດ້ຢັ້ງຢືນເຖິງຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ, ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ໃນໄລຍະຈະມາເຖິງ.

ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ - ຍີ່ປຸ່ນ

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກນະຄອນຫຼວງໂຕກຽວ, ເດີນທາງໄປຢ້ຽມຢາມແຂວງ Fukuoka.

ໃນໄລຍະຢ້ຽມຢາມແຂວງ Fukuoka, ທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍຄະນະຜູ້ແທນຂັ້ັນສູງຫວຽດນາມ ໄດ້ຕ້ອນຮັບທ່ານ Hattori Seitaro ຜູ້ວ່າການແຂວງ Fukuoka ແລະການນໍາຂອງບາງທ້ອງຖິ່ນເຂດ Kyushu ຄື ແຂວງ Nagasaki, Miyazaki, Saga, Kagoshima.

leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ວ່າການແຂວງ Fukuoka ແລະການນໍາບາງທ້ອງຖິ່ນເຂດ Kyushu ຄື ແຂວງ Nagasaki, Miyazaki, Saga, Kagoshima. ພາບ: baoquocte.vn

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາວ່າການພົວພັນຮ່ວມມື, ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແຂງແຮງ, ເລິກເຊິ່ງກວ້າງຂວາງ ແລະແທດຈິງໃນທຸກຂົງເຂດ, ການຮ່ວມມືພັດທະນາຂອງທ້ອງຖິ່ນຫຼາຍຊັ້ນຫຼາຍຂັ້ນ ໄດ້ຮັບການສ້າງຕັ້ງຂຶ້ນມີ 100 ຄູ່.

ທ່ານປະທານປະເທດ ຫວໍວັນເຖືອງ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຜູ້ວ່າການແຂວງ Fukuoka ແລະການນໍາບັນດາທ້ອງຖິ່ນເຂດ Kyushu ໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດກັບຫວຽດນາມ. ເນັ້ນໜັກວ່າເລື່ອງຍົກລະດັບການພົວພັນ ຫວຽດນາມ - ຍີ່ປຸ່ນ ຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນ ຢູ່ອາຊີ ແລະໃນໂລກ” ຈະເປີດໄລຍະພັດທະນາໃໝ່ໃນການພົວພັນສອງປະເທດ, ທ່ານປະທານປະເທດ ສະເໜີໃຫ້ຜູ້ວ່າການແຂວງ Fukuoka ແລະການນໍາບັນດາທ້ອງຖິ່ນເຂດ Kyushu ພະຍາຍາມຫັນກອບການພົວພັນໃໝ່ໂດຍຜ່ານການຊຸກຍູ້ບັນດາຄູ່ຮ່ວມມືທ້ອງຖິ່ນລະຫວ່າງເຂດ Kyushu ແລະບັນດາທ້ອງຖິ່ນຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ...

ສ່ວນທ່ານ Hattori Seitaro ຜູ້ວ່າການແຂວງ Fukuoka ແລະ ການນໍາທ້ອງຖິ່ນເຂດ Kyushu ຈໍານວນໜຶ່ງ ຢັ້ງຢືນວ່າເຂດ Kyushu ປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ຢາກຮັບເອົາແຮງງານທີ່ມີຄຸນນະພາບສູງ, ນັກຮຽນຝຶກງານ, ຝຶກທັກສະຂອງຫວຽດນາມ ມາເຮັດວຽກຢູ່ແຂວງກວ່າອີກ...

ໃນການຕ້ອນຮັບ, ທ່ານປະທານປະເທດ ຍັງສະເໜີໃຫ້ບັນດາການນໍາທ້ອງຖິ່ນເຂດ Kyushu  ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ, ຮໍ່າຮຽນ, ເຮັດວຽກຢູ່ເຂດນີ້, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາຂອງບັນດາທ້ອງຖິ່ນຍີ່ປຸ່ນ ກໍຄື ການພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ.

ໂດຍ: ໄຊຊະນະ