leftcenterrightdel
ທ່ານພົນເອກ ຟານວັນຢາງ ໂອ້ລົມກັບບັນດາຜູ້ແທນ ໃນການຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະໂອ້ລົມກັບພະນັກງານ, ລັດຖະກອນ ຂອງສະຖານທູດຫວຽດນາມ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ອາຊຽນ ແລະອົງການຕາງໜ້າອື່ນໆຂອງຫວຽດນາມ ປະຈໍາ ອິນໂດເນເຊຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຖ່າຍຮູບເປັນທີ່ລະນຶກກັບບັນດາຜູ້ແທນ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ເຊື່ອໝັ້ນວ່າ, ດ້ວຍປະສົບການຫຼາຍຢ່າງ ຢູ່ເວທີປາໄສສາກົນ ແລະພາກພື້ນ, ກໍ່ຄືສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ສະຖານທູດຫວຽດນາມ ປະຈຳ ອິນໂດເນເຊຍ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ແລະບັນດາອົງການຕາງໜ້າຫວຽດນາມ ປະຈຳອິນໂດເນເຊຍ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງອາຊຽນ.

ໂດຍ: ທູຈາງ