ທ່ານປະທານປະເທດ ຫວໍວັນເຖືອງ ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຮັດແໜ້ນການພົວພັນຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການສູງສຸດຮຸງກາຣີ, ພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Péter Polt ຫົວໜ້າອົງການໄອຍະການສູງສຸດຮຸງກາຣີ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Péter Polt ຢືນຢັນວ່າ ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືສຳຄັນຂອງຮຸງກາລີ ໃນຫຼາຍຂົງເຂດເທົ່ານັ້ນ, ຫາກຍັງແມ່ນເພື່ອນມິດທີ່ເປັນມູນເຊື້ອ, ສະໜິດສະໜົມຂອງປະຊາຊົນຮຸງກາຣີ; ທ່ານໄດ້ແຈ້ງໃຫ້ທ່ານປະທານປະເທດ ຫວໍວັນເຖືອງ ຊາບກ່ຽວກັບໝາກຜົນອັນດີງາມໃນການຮ່ວມມືລະຫວ່າງສອງອົງການໄອຍະການສອງປະເທດໃນບັນດາການເຄື່ອນໄຫວວິຊາສະເພາະ ກໍ່ຄື ການພົວພັນຮ່ວມມືມິດຕະພາບລະຫວ່າງສອງຝ່າຍ; ເນັ້ນໜັກວ່າ ສອງອົງການຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື ແລະຈະຜັນຂະຫຍາຍຫຼາຍມາດຕະການ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືໃນໄລຍະຈະມາເຖິງ; ຊີ້ແຈ້ງວ່າ, ອົງການໄອຍະການສູງສຸດຮຸງກາລີ ສືບຕໍ່ຊຸກຍູ້ການຮ່ວມມືກັບອົງການໄອຍະການປະຊາຊົນສູງສຸດຫວຽດນາມ ໃນການປະຕິບັດວຽກງານປົກປ້ອງກົດໝາຍ, ປົກປັກຮັກສາສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ແລະໜູນຊ່ວຍການພັດທະນາເສດຖະກິດ - ສັງຄົມ ຢູ່ແຕ່ລະປະເທດ.

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ຮູ້ວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນຮ່ວມມືຫວຽດນາມ - ຮຸງກາຣີ ໄດ້ພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ; ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະຮຸງກາຣີ ຍູ້ແຮງການຮ່ວມມື, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ ເພາະວ່າ ສອງປະເທດຍັງມີທ່າແຮງບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືໃນຂົງເຂດນີ້. ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນພິເສດຕໍ່ການກໍ່ສ້າງ ແລະປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ສົມບູນແບບ, ທ່ານປະທານປະເທດ ຫວໍວັນເຖືອງ ປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງອົງການໄອຍະການປະຊາຊົນສູງສຸດຫວຽດນາມ ແລະອົງການໄອຍະການສູງສຸດຮຸງກາຣີ ຈະບັນລຸໄດ້ຫຼາຍຜົນງານໃນໄລຍະມາເຖິງກວ່າອີກ, ຜ່ານນັ້ນປະກອບສ່ວນຫຼາຍກວ່າອີກເຮັດໃຫ້ການຮ່ວມມືລະຫວ່າງຫວຽດນາມ - ຮຸງກາຣີ ນັບມື້ນັບມີປະສິດທິຜົນ ແລະແທດຈິງໃນອະນາຄົດ.

ໂດຍ: ທະນາພອນ