ຄວາມສາມາດດ້ານອຸດສາຫະກໍາປ້ອງກັນຊາດຫວຽດນາມ
ກປ.ອອນໄລ - ເມື່ອມາຢາມຮ້ານວາງສະແດງຂອງ Viettel ຢູ່ MSPO 2023, ທ່ານ ຫງວຽນຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂປໂລຍ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຄວາມສາມາດດ້ານອຸດສາຫະກໍາປ້ອງກັນຊາດຂອງ Viettel ເວົ້າສະເພາະ ກໍ່ຄືຫວຽດນາມ ເວົ້າລວມ. ຕາມທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ ແລ້ວ, ຫາງສຽງຢູ່ໂປໂລຍ ຮູ້ສຶກປະຫຼາດໃຈຕໍ່ການພັດທະນາຢ່າງວ່ອງໄວຂອງ Viettel ໃນຂົງເຂດອຸດສາຫະກຳປ້ອງກັນຊາດ.
ນັກຂ່າວ: ຂໍໃຫ້ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ຄວາມຮູ້ສຶກຂອງຕົນເມື່ອມາຢາມຮ້ານວາງສະແດງຂອງ Viettel ຢູ່ MSPO 2023?
ທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ: ຂ້າພະເຈົ້າດີໃຈທີ່ສຸດ Viettel - ວິສາຫະກິດຫວຽດນາມ ເຂົ້າຮ່ວມ MSPO 2023. ນີ້ແມ່ນງານວາງສະແດງຂະໜາດໃຫຍ່ອັນດັບ 3 ໃນບັນດາງານວາງສະແດງອຸດສາຫະກຳປ້ອງກັນຊາດຢູ່ເອີລົບ. ພາຍຫຼັງມາຢ້ຽມຢາມ, ຂ້າພະເຈົ້າຕີລາຄາວ່າ Viettel ໄດ້ນຳເອົາຜະລິດຕະພັນຫຼາຍປະເພດທີ່ມີຄວາມສາມາດແກ່ງແຍ້ງເຖິງຕະຫຼາດເອີລົບ. ນີ້ແມ່ນສິ່ງທີ່ໜ້າຊື່ນຊົນເພາະວ່າຫວຽດນາມ ສາມາດຢັ້ງຢືນຄວາມສາມາດເປັນເຈົ້າເຕັກໂນໂລຢີການທະຫານ. ຂ້າພະເຈົ້າຫວັງວ່າ ຜ່ານງານວາງສະແດງຄັ້ງນີ້, Viettel ຈະມີທິດທາງທີ່ເໝາະສົມ, ເຊື່ອມໂຍງເຂົ້າກັບຕ່ອງໂສ້ຄຸນຄ່າອຸດສາຫະກຳປ້ອງກັນຊາດຢູ່ຕະຫຼາດເອີລົບ ຢ່າງເລິກເຊິ່ງກວ່າອີກ.
    |
 |
|
ທ່ານ ຫງວຽນຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂປໂລຍ. ພາບ: vov.vn |
ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດແລ້ວ, Viettel ເຂົ້າຮ່ວມ MSPO 2023 ມີຄວາມໝາຍຄືແນວໃດສຳລັບ Viettel ເວົ້າສະເພາະ ແລະຫວຽດນາມ ເວົ້າລວມໃນຂົງເຂດອຸດສາຫະກຳປ້ອງກັນຊາດ?
ທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ: ລູກຄ້າຫຼາຍຄົນຢູ່ ໂປໂລຍ ແລະສາກົນ ມີຄວາມແປກປະຫຼາດໃຈຕໍ່ການພັດທະນາຢ່າງວ່ອງໄວຂອງ Viettel ໃນຂົງເຂດອຸດສາຫະກຳປ້ອງກັນຊາດ. Viettel ກຳແໜ້ນເຕັກໂນໂລຢີໃໝ່ຢ່າງວ່ອງໄວເພື່ອຜະລິດຜະລິດຕະພັນທີ່ມີລັກສະນະແກ່ງແຍ້ງ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍການເປີດກວ້າງເຄືອຂ່າຍລູກຄ້າໃນຂົງເຂດປ້ອງກັນຊາດ, Viettel ຈະມີລູກຄ້າໃໝ່ຕື່ມອີກ ເພື່ອພັດທະນາຜະລິດຕະພັນໃໝ່ທີ່ມີລັກສະນະແກ່ງແຍ້ງຫຼາຍກວ່າ. ຜ່ານການຮ່ວມມືສາກົນຢ່າງກວ້າງຂວາງ, Viettel ຈະມີແຫຼ່ງກຳລັງຕື່ມອີກ ແລະມີຄວາມສາມາດຢ່າງພຽງພໍ ເພື່ອພັດທະນາຜະລິດຕະພັນປ້ອງກັນຊາດທີ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງໃຫ້ທັງຕະຫຼາດສາກົນອີກດ້ວຍ.
ນັກຂ່າວ: ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດໃຫ້ທ່ານເອກອັກຄະລັດຖະທູດ ເມື່ອມາຢ້ຽມຢາມ Viettel ແມ່ນຫຍັງແດ່?
ທ່ານເອກອັກຄະລັດຖະທູດ ຫງວຽນຮຸ່ງ: ເຖິງວ່າເປັນຄັ້ງທຳອິດທີ່ເຂົ້າຮ່ວມ, ແຕ່ Viettel ໄດ້ມີເຂດວາງສະແດງທີ່ສວຍງາມ. ຂ້າພະເຈົ້າຫວັງວ່າ ຜ່ານການເຂົ້າຮ່ວມຂອງ Viettel, ລູກຄ້າສາກົນ, ພິເສດແມ່ນບັນດາປະເທດເອີລົບ ຈະມີທັດສະນະໃໝ່ກ່ຽວກັບຄວາມສາມາດຂອງ Viettel ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ໃນຂົງເຂດອຸດສາຫະກຳປ້ອງກັນຊາດ. ຫວັງວ່າໃນງານວາງສະແດງຄັ້ງຕໍ່ໄປ, Viettel ຈະມີການຮ່ວມມືໃໝ່ຫຼາຍກວ່າອີກ. ອວຍພອນໃຫ້ Viettel ປະສົບຜົນສຳເລັດຢູ່ຕະຫຼາດເອີລົບ, ພິເສດແມ່ນຢູ່ ໂປໂລຍ - ຄູ່ຮ່ວມມືມາແຕ່ດົນນານຂອງຫວຽດນາມ, ທີ່ມີນ້ຳໃຈຮັກແພງຫຼາຍກັບຫວຽດນາມ.
ນັກຂ່າວ: ຂໍຂອບໃຈທ່ານເອກອັກຄະລັດຖະທູດ!
ໂດຍ: ໄຊນີດາ