leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານ ຫວຽດນາມ

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ເນັ້ນໜັກວ່າ ໂດຍຫ່າງຈາກນີ້ 46 ປີ, ຫວຽດນາມ ໄດ້ເຂົ້າເປັນສະມາຊິກ ສປຊ, ເຂົ້າຮ່ວມການແບ່ງປັນ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການປະຕິບັດບັນດາເປົ້າໝາຍລວມຂອງ ສປຊ.

leftcenterrightdel
ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Dennis Francis ປະທານສະມັດຊາ ສປຊ ຄັ້ງທີ 78 ເຂົ້າຮ່ວມພິທີສະເຫຼີມສະຫຼອງ 78 ປີແຫ່ງວັນຊາດຫວຽດນາມ ແລະ 46 ປີທີ່ຫວຽດນາມ ເຂົ້າເປັນສະມາຊິກ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນຂອງຕົນເພື່ອແນໃສ່ປະກອບສ່ວນເຮັດໃຫ້ວຽກງານສຳຄັນລວມຂອງ ສປຊ ແທດຈິງກວ່າອີກ. ນັບແຕ່ປີ 2014 ເປັນຕົ້ນມາ, ຫວຽດນາມ ໄດ້ສົ່ງກຳລັງເຂົ້າຮ່ວມພາລະກຳຮັກສາສັນຕິພາບຮ່ວມຂອງ ສປຊ. ເພື່ອບໍ່ໃຫ້ເສຍຄວາມຄາດຫວັງ ແລະອາລົມຈິດຂອງປະຊາຊົນ, ເພື່ອນມິດ ແລະປະຊາຄົມສາກົນ, ພັກ ແລະລັດຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ມານະພະຍາຍາມໃຫ້ຫຼາຍກວ່າອີກເພື່ອໃຫ້ປະເທດນັບມື້ນັບຮັ່ງມີເຂັ້ມແຂງ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ,  ເປັນຄວາມພາກພູມໃຈຂອງຊາວຫວຽດນາມ ໝົດທຸກຄົນ.

leftcenterrightdel
ທ່ານ Dennis Francis ປະທານສະມັດຊາ ສປຊ ຄັ້ງທີ 78 ກ່າວຄຳເຫັນທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ເຫດການ, ທ່ານ Dennis Francis ປະທານສະມັດຊາ ສປຊ ຄັ້ງທີ 78 ຖືວ່າ ພາຍຫຼັງ 78 ປີທີ່ຍາດເອົາເອກະລາດ, ຫວຽດນາມ ໄດ້ປ່ຽນແປງໃໝ່, ພັດທະນາຢ່າງຕັ້ງໜ້າ, ຈາກປະເທດທີ່ທຸກຍາກກາຍເປັນປະເທດທີ່ມີລາຍຮັບປານກາງ ແລະຂະຫຍັນຂັນແຂງດ້ວຍຈິດໃຈເລີ່ມທຸລະກິດຢ່າງແຂງແຮງ. ນັບແຕ່ເຂົ້າເປັນສະມາຊິກ ສປຊ, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ລັດທິຫຼາຍຝ່າຍ, ປະຕິບັດ ແລະເຊີດຊູຄຸນຄ່າຂອງກົດບັດ ສປຊ, ເປັນສະມາຊິກສະພາຄວາມໝັ້ນຄົງ ສປຊ, ສະພາສິດທິມະນຸດ ສປຊ... ພ້ອມທັງປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ເຂົ້າຮ່ວມ, ປະກອບສ່ວນເຂົ້າໃນການໃຫ້ບັນດາເປົ້າໝາຍຂອງ ສປຊ ຫຼາຍກວ່າອີກ; ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາສະມາຊິກ, ໃນນັ້ນມີ ຫວຽດນາມ ໃນການປະຕິບັດກົດບັດ ສປຊ, ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະຍົກອອກທິດທາງມຸ່ງໄປເຖິງກອງປະຊຸມສຸດຍອດໃນອະນາຄົດ.

ໂດຍ: ເຈິ່ນຮວ່ຽນ