ຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນ ກ່ຽວກັບຝ່າຍກາຊັກສະຖານ ມີທ່ານ Kassym-Jomart Tokayev ປະທານາທິບໍດີ; ທ່ານ M.Nurtleu, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ Yermek Kosherbayev ຮອງນາຍົກລັດຖະມົນຕີຮັບຜິດຊອບດ້ານເສດຖະກິດ, ສັງຄົມ... ຝ່າຍຫວຽດນາມ ມີທ່ານນາງ ຟ້າມຖາຍຍືມາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ກາຊັກສະຖານ ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ກາຊັກສະຖານ ເປັນຈຳນວນໜຶ່ງ.

ໃນຂອບເຂດການຢ້ຽມຢາມ, ຕອນຄໍ່າວັນທີ 5 ພຶດສະພາ, ຢູ່ນະຄອນຫຼວງ Astana, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານ Maulen Ashimbayev ປະທານສະພາສູງ ສ.ກາຊັກສະຖານ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ແລກປ່ຽນກັບທ່ານປະທານສະພາສູງ ສ.ກາຊັກສະຖານ Maulen Ashimbayev. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະ, ທ່ານ Maulen Ashimbayev ເນັ້ນໜັກເຖິງຄວາມສຳຄັນຂອງການຢ້ຽມຢາມຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ມາ ກາຊັກສະຖານ ນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1992. ພ້ອມທັງຢັ້ງຢືນວ່າ ກາຊັກສະຖານ ຖືເປັນສໍາຄັນທີ່ສຸດການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານອັນດີງາມກັບຫວຽດນາມ, ທ່ານໃຫ້ຄໍາໝັ້ນສັນຍາວ່າ ສະພາສູງກາຊັກສະຖານ ຈະຕັ້ງໜ້າສະໜັບສະໜູນ ແລະຊຸກຍູ້ການປະຕິບັດທິດທາງຮ່ວມມືເຊິ່ງການນຳສອງຝ່າຍໄດ້ເຫັນດີເປັນເອກະພາບ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານປະທານສະພາສູງສ.ກາຊັກສະຖານ Maulen Ashimbayev. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກແລກປ່ຽນບົດຮຽນກັບ ກາຊັກສະຖານ ເພື່ອພ້ອມກັນພັດທະນາ ແລະການພົວພັນສອງຝ່າຍຈະເປັນຂົວຕໍ່ໃຫ້ສອງປະເທດຢູ່ສອງທະວີບເອີລົບ ແລະອາຊີ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ສອງຝ່າຍເນັ້ນໜັກວ່າ ການຮ່ວມມືລັດຖະສະພາແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນເພື່ອຊຸກຍູ້ການພົວພັນສອງຝ່າຍ, ການນຳສອງທ່ານ ຍິນດີເຫັນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ສອງຝ່າຍໄດ້ຮັກສາການພົບປະຂັ້ນສູງ ແລະຄະນະກໍາມະການ, ທັງສອງຝ່າຍ ແລະຢູ່ເວທີປາໄສຫຼາຍຝ່າຍ.

*ຕອນຄໍ່າວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມີການພົບປະຢ່າງສະໜິດສະໜົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳ ກາຊັກສະຖານ ແລະຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ກາຊັກສະຖານ.

ໂດຍ: ເຈິ່ນຮວ່ຽນ