ອອກຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມດ້ວຍຄະນະຜູ້ແທນຢູ່ສະໜາມບິນຢ່າງອົບອຸ່ນມີທ່ານນາງ Rositsa Kirova ຮອງປະທານສະພາແຫ່ງຊາດ ບຸນກາຣີ; ທ່ານ Nikola Nikolov ຫົວໜ້າຫ້ອງວ່າການສະພາແຫ່ງຊາດບຸນກາຣີ... ທ່ານເອກອັກຄະລັດຖະທູດ ໂດຮວ່າງລອງ ພ້ອມດ້ວຍພະນັກງານສະຖານທູດ, ຜູ້ຕາງໜ້າປະຊາຄົມ ແລະນັກສຶກສາຫວຽດນາມ ປະຈຳ ບຸນກາຣີ.

leftcenterrightdel
ພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ສະໜາມບິນສາກົນ Sofia. ພາບ: ສໍານັກຂ່າວສານຫວຽດນາມ

ຄາດວ່າ ໃນການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການພົບປະເຈລະຈາກັບການນຳຂັ້ນສູງຂອງບຸນກາຣີ. ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະບັນດາສະມາຊິກຄະນະຜູ້ແທນຈະມີການພົບປະ, ແລກປ່ຽນ, ເຮັດວຽກກັບວົງການການເມືອງ ແລະບັນດາອົງການທີ່ກ່ຽວຂ້ອງຂອງ ບຸນກາຣີ ກ່ຽວກັບການພົວພັນຮ່ວມມືສອງຝ່າຍຂອງສອງປະເທດ, ສອງສະພາແຫ່ງຊາດ...

ບຸນກາຣີ ແມ່ນໜຶ່ງໃນບັນດາປະເທດທີ່ສ້າງຕັ້ງການພົວພັນກັບຫວຽດນາມ ມາແຕ່ປີ 1950. ໄດ້ສະໜັບສະໜູນຫວຽດນາມ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືໃນວິວັດການສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

73 ປີຜ່ານມາ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການປັບປຸງ ແລະພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບ ບຸນກາຣີ. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ປະຕິບັດພາຍຫຼັງ 15 ປີ, ນັບແຕ່ການຢ້ຽມຢາມບຸນກາຣີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫງວຽນຝູຈ້ອງ ໃນປີ 2008.

ໂດຍ: ເຈິ່ນຮວ່ຽນ